ບໍລິສັດທາງດ່ວນວຽງຈັນ ໝາຍເລກ 1 ມອບນໍ້າດື່ມ 100 ແພັກ ຊ່ວຍເມືອງຫາດຊາຍຟອງຕ້ານໄພໂຄວິດ-19

      ວັນທີ 30 ເມສາ 2021 ທີ່ສໍານັກງານປົກຄອງເມືອງຫາດຊາຍຟອງ ບໍລິສັດ ທາງດ່ວນ ວຽງຈັນ ໝາຍເລກ 1 ໄດ້ມອບນ້ຳດື່ມ ຈຳນວນ 100 ແພັກ ມູນຄ່າໜື່ງລ້ານກວ່າກີບ ໃຫ້ກັບອົງການປົກຄອງເມືອງຫາດຊາຍຟອງ ເພື່ອນຳໄປຊ່ວຍເຫຼືອໃນຍາມວິກິດໂຄວິດ-19 ແລະ ຂໍເປັນກໍາລັງໃຈ ແຮງໃຈ ຊ່ວຍການນໍາເມືອງຫາດຊາຍຟອງ ສູ້ຕ້ານໄພໂຄວິດ-19 ໃຫ້ຜ່ານພົ້ນໄປໂດຍໄວ   ເຊີ່ງກ່າວມອບໃນການຊ່ວຍອຸປະຖຳຄັ້ງນີ້ໂດຍທ່ານ  ບຸນກອງ ສະເລີມວົງ ຕາງໜ້າບໍລິສັດທາງດ່ວນ ວຽງຈັນ ໝາຍເລກ 1 ແລະ  ກ່າວຮັບໂດຍທ່ານ ບົວໃສ ລຸນນະວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ ພ້ອມຄະນະ 

    ໂອກາດນີ້ ທ່ານ ບົວໃສ ລຸນນະວົງສາ ກໍໄດ້ສະແດງຄວາມຂອບໃຈຕໍ່ບໍ່ລິສັດ ທີ່ຊ່ວຍອຸປະຖໍານໍ້າດື່ມ ເພື່ອຕ້ານໄພໂຄວິດ-19 ທີ່ກຳລັງລະບາດ ແລະ ກໍ່ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປມອບປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຕ້ານ ສະກັດກັ້ນ ເພື່ອຄວບຄຸມເຊື້ອພະຍາດ ແລະ ມອບໃຫ້ກັບຜຸ້ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ຢູ່ພາຍໃນເມືອງຫາດຊາຍຟອງອີກດ້ວຍ.​

​                    # ຂ່າວ – ພາບ :  ຂັນທະວີ

error: Content is protected !!