ຫົວເຫວີຍ ເຜີຍແຜ່ຜະລິດຕະພັນ 6 ຢ່າງ ເພື່ອຊ່ວຍການຫັນເປັນທຸລະກິດທີ່ຊານສະຫຼາດ

    ບໍລິສັດຫົວເຫວີຍ ນໍາສະເໜີຜະລິດຕະພັນ ແລະ ການບໍລິການທີ່ເປັນນະວັດຕະກຳໃໝ່ 6 ຢ່າງ ຄື: HUAWEI CLOUD CCE Turbo cloud container cluster ຜູ້ຊ່ວຍການຂຽນໂປຣແກມ CloudIDE ທີ່ຊານສະຫຼາດ GaussDB (ສຳລັບ openGauss) ບໍລິການຄອມພິວເຕີທີ່ຊານສະຫຼາດ (TICS) Pangu Model (ລວມທັງຮູບແບບ NLP ຂອງຈີນ ແລະ ຮູບແບບ CV ທີ່ໃຫຍ່ທີ່ສຸດ) ແລະ ຊອບແວພື້ນຖານໂຄງລ່າງສໍາລັບຄວາມຫຼວງຫຼາຍຂອງຄອມພິວເຕີ ໃນກອງປະຊຸມຜູ້ພັດທະນາຫົວເຫວີຍ (HDC.Cloud) 2021 ວັນທີ 25 ເມສາ 2021 ຢູ່ເມືອງເຊິນເຈິ້ນ ສປ ຈີນ ເຊິ່ງຜະລິດຕະພັນທັງ 6 ຢ່າງ ໃຫ້ປະສິດທິຜົນ ແລະ ຄຸນນະພາບລະດັບໃໝ່ ເພື່ອຊ່ວຍໃຫ້ນັກພັດທະນາກ້າວໄປສູ່ຂອບເຂດໃໝ່ໆ ຫົວເຫວີຍໄດ້ປະກາດການລົງທຶນ 220 ລ້ານໂດລາສະຫະລັດ ເຂົ້າໃນໂຄງການພັດທະນາຫົວເຫວີຍ 2.0 ໃນປີນີ້.

    ໃນໄລຍະ 3 ວັນຂອງກອງປະຊຸມດັ່ງກ່າວ ໄດ້ມີການກ່າວຄຳປາໄສກອງປະຊຸມວິຊາການ ການເຝິກອົບຮົມດ້ານເຕັກນິກ ການນໍາໃຊ້ຫ້ອງທົດລອງ ແນະນໍານັກພັດທະນາ ແລະ ເວທີການສົນທະນາຕ່າງໆທີ່ປະກອບມີຄູ-ອາຈານ ໄວໜຸ່ມທີ່ມີພອນສະຫວັນ ແລະ ຜູ້ຊົງຄຸນນະວຸດຂອງຫົວເຫວີຍ ງານດັ່ງກ່າວ ໄດ້ຮວບຮວມເອົາຄວາມຄິດລະດັບແນວໜ້າຂອງອຸດສາຫະກຳ ຄວາມສາມາດຂອງສະຖາບັນການສຶກສາ ແລະ ບັນດາຜູ້ນໍາຈາກນັກພັດທະນາລະບົບນິເວດ ພ້ອມກັນປຶກສາຫາລືກ່ຽວກັບທ່າອ່ຽງຫຼ້າສຸດຂອງຄລາວ AI ແລະ ຄອມພິວເຕີ.

    ທ່ານ Richard Yu ຜູ້ອຳນວຍການຝ່າຍບໍລິຫານ ຜູ້ອຳນວຍການໃຫຍ່ຂອງຄລາວ BU ບໍລິສັດຫົວເຫວີຍ ແລະ ກຸ່ມບໍລິສັດທຸລະກິດຜູ້ບໍລິໂພກ ກ່າວວ່າ: 100% ຂອງວິສາຫະກິດທົ່ວໂລກ ຈະນຳໃຊ້ເຕັກໂນໂລຊີຄລາວພາຍໃນປີ 2025 ເຊິ່ງຄລາວແມ່ນອະນາຄົດຂອງອຸດສາຫະກຳໄອຊີທີ ແລະ ເປັນຮາກຖານໃຫ້ການຫັນເປັນດີຈີຕອນຂອງອົງກອນ ຫົວເຫວີຍຈະສືບຕໍ່ເປີດຄວາມສາມາດໃນການສ້າງນະວັດຕະກຳ ເຕັກໂນໂລຊີ ແລະ ເຮັດວຽກຮ່ວມກັບນັກພັດທະນາ ແລະ ຄູ່ຮ່ວມງານ ເພື່ອເລັ່ງການຫັນເປັນທຸລະກິດຂອງຄລາວ ດ້ວຍການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີຄລາວ ແລະ AI ອຸດສາຫະກຳຕ່າງໆກຳລັງເລັ່ງຍົກລະດັບໃຫ້ກາຍເປັນລະບົບອັດສະລິຍະໃນທຸກສະຖານະການ 3 ໂອກາດທີ່ຈະເກີດຂຶ້ນ ຄື: ຄວາມທັນສະໄໝ ການເຮັດໃຫ້ຂໍ້ມູນກາຍເປັນຊັບສິນ ແລະ ການພັດທະນາອຸດສາຫະກຳ AI. 

    ທ່ານ Zhang Ping’an ປະທານບໍລິສັດຫົວເຫວີຍຄລາວ BU ແລະ ຜູ້ໃຫ້ບໍລິການຄລາວ ກ່າວວ່າ: ບໍລິສັດຫົວເຫວີຍຈະລົງທຶນ 100 ລ້ານໂດລາສະຫະລັດ ເຂົ້າໃນໂຄງການຄູ່ຮ່ວມງານນະວັດຕະກໍາຄລາວຫົວເຫວີຍ ໂດຍສຸມໃສ່ການເປີດໃຊ້ງານ SaaS ພັນທະມິດ ISV ຕອບສະໜອງຊັບພະຍາກອນລະບົບຄລາວ ແລະ ສະໜັບສະໜູນການສົ່ງເສີມທາງທຸລະກິດ ບໍລິສັດຫົວເຫວີຍໄດ້ເຮັດວຽກຮ່ວມກັບກະຊວງສຶກສາທິການຈີນ ໃນການສ້າງພື້ນຖານທີ່ຊານສະຫຼາດສຳລັບການສຶກສາ ປັດຈຸບັນ ຫົວເຫວີຍໄດ້ເຮັດວຽກຮ່ວມກັບ 72 ມະຫາວິທະຍາໄລທົ່ວ ສປ ຈີນ ເປີດສອນຫຼາຍກວ່າ 1.000 ຫຼັກສູດ ຫຼັກສູດເຝິກອົບຮົມຄູ-ອາຈານຫຼາຍກວ່າ 1.500 ຄົນ ແລະ ໄດ້ວາງແຜນຈະເຝິກອົບຮົມການພັດທະນາຊອບແວໃຫ້ມະຫາວິທະຍາ ໄລ 3 ລ້ານຄົນ ໃນ 5 ປີຂ້າງໜ້າ. 

# ຂ່າວ – ພາບ :  ສະບາໄພ

error: Content is protected !!