ວັນທີ 27 ເມສາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ວັດດານາ ສຸຄະບັນດິດ ອໍານວຍການໃຫຍ່ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມຄະນະ ມອບເງິນຊຸກຍູ້ຊ່ວຍເຫຼືອວຽກງານຕ້ານໂຄວິດ-19 ໃຫ້ກັບນະຄອນຫຼວງວຽງຈັນ ຈໍານວນ 120.000.000 ກີບ ທ່ານ ຊານໄຊ ພົມສຸວັນ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ ST Group ພ້ອມຄະນະ ມອບເງິນສົດ ແລະ ນໍ້າດື່ມ ລວມທັງໝົດ 113.400.000 ກີບ ນອກຈາກນີ້ ຍັງມີທ່ານ ຄໍາຂັນ ນະພາວົງ ຮອງປະທານກຸ່ມບໍລິສັດໂຄລາວ ພ້ອມຄະນະ ໄດ້ໃຫ້ຢືມລົດໃຫຍ່ພ້ອມນໍ້າມັນລົດ 10 ຄັນ ໃນໄລຍະ 14 ວັນ ເຊິ່ງເລີ່ມແຕ່ວັນທີ 28 ເມສາ ຫາ 11 ພຶດສະພາ 2021) ເພື່ອເຄື່ອນໄຫວວຽກງານຕ້ານການລະາດໂຄວິດ-19.

ຕາງໜ້າຮັບການຊຸກຍູ້ຊ່ວຍເຫຼືອຈາກທັງ 3 ບໍລິສັດທີ່ກ່າວມານັ້ນ ໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.


# ຂ່າວ – ພາບ : ຂັນທະວີ