ວັນທີ 29 ເມສາ 2021 ທີ່ຫ້ອງວ່າການນະຄອນຫຼວງຈັນ ມີບັນດາບໍລິສັດໄດ້ມອບເງິນຊ່ວຍເຫຼືອເຂົ້າໃນວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ.

ບໍລິສັດມອບເງິນຊ່ວຍເຫຼືອຄັ້ງນີ້ ປະກອບມີ ບໍລິສັດ AIF Group ຈໍານວນ 1 ຕື້ກີບ ບໍລິສັດ ທີ່ປືກສາດ້ານການລົງທືນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ຈໍານວນ 1 ຕື້ກີບ ບໍລິສັດ ສີສວນອາໂບບ ແອັດເວັນເທັສໂລມອນມາຍນີ້ງ ຈຳກັດຜູ້ດຽວ 10.000 ໂດລາສະຫະລັດ ແລະ ບໍລິສັດ ດາວສະຫວັນ ຈຳກັດ 100.000.000 ກີບ.

# ຂ່າວ – ພາບ : ຂັນທະວີ