ບໍລິສັດ ມາເຕົ້າ ນວນທອງ ພັດທະນາອະສັງຫາລິມະຊັບຊຸມຊົມ ຈຳກັດຜູ້ດຽວ Maotao Nuanthong Real Estate Sole Co.,Ltd ເປັນອີກບໍລິສັດໜຶ່ງທີ່ໃຫ້ການປະກອບສ່ວນຊຸກຍູ້ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ຍິ່ງສະຖະນະການບ້ານເມືອງພວມພົບກັບການລະບາດພະຍາດໂຄວິດ-19 ຄະນະຜູ້ບໍລິຫານບໍລິສັດ ໃນນາມລູກບ້ານຫຼານເມືອງ ແລະ ປະຊາຊົນລາວຄົນໜຶ່ງ ໄດ້ສືບຕໍ່ໃນການປະກອບສ່ວນຊຸກຍູ້ຕາມເງື່ອນໄຂທີ່ມີ ເພື່ອໃຫ້ສາມາດຜ່ານຜ່າວິກິດການຄັ້ງນີ້ໄປດ້ວຍກັນ.

ໃນວັນທີ 26 ເມສາ 2021 ທາງບໍລິສັດ ມາເຕົ້າ ນວນທອງ ພັດທະນາອະສັງຫາລິມະຊັບຊຸມຊົມ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງ ລວມມູນຄ່າ 8 ລ້ານກີບ ໄປປະກອບສ່ວນຊຸກຍູ້ໃຫ້ແກ່ອົງການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ບັນດາຫ້ອງການບ້ານ ແລະ ຈຸດກວດກາຕ່າງໆເຂດເມືອງສີໂຄດຕະບອງ ຈຳນວນ 15 ຈຸດ ເພື່ອເປັນກໍາລັງແຮງໜຶ່ງໃນການປະກອບສ່ວນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຂໍເປັນກໍາລັງໃຈໃຫ້ທຸກທ່ານສາມາດຜ່ານວິກິດຄັ້ງນີ້ໄປດ້ວຍກັນ.

ຕາງໜ້ານໍາເຄື່ອງໄປມອບຄັ້ງນີ້ ໂດຍທ່ານ ຫຼ້າຍອດ ອ່ອນມະນີ ຫົວໜ້າຫ້ອງການບໍລິສັດ ມາເຕົ້າ ນວນທອງ ພັດທະນາອະສັງຫາລິມະຊັບຊຸມຊົມ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ.
- ຂ່າວ – ພາບ : ບຸນມີ