​ສປ ຈີນຈະສືບຕໍ່ນໍາວັກຊີນປ້ອງກັນໂຄວິດ-19 ມາຊ່ວຍ ສປປ ລາວເພີ່ມເປັນຄັ້ງທີ 3

    ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ກ່າວຢືນຢັນເມື່ອວັນທີ 23 ເມສາ 2021 ເນື່ອງໃນໂອກາດກ່າວຄໍາປາໄສລະນຶກວັນສ້າງຕັ້ງສ້າງສາຍພົວພັນການທູດຈີນ-ລາວ ລາວ-ຈີນ ຄົບຮອບ 60 ປີ ມີບາງຕອນທ່ານໄດ້ກ່າວວ່າ:

    ໃນຖານະທີ່ເປັນຄູ່ຮ່ວມຊາຕາກຳທີ່ຄຽງບ່າຄຽງໄຫຼ່ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ຈີນ ຈະຕັ້ງໜ້າຈັດຕັ້ງປະຕິບັດການຕົກລົງທີ່ເປັນເອກກະພາບກັນຂອງເລຂາທິການໃຫຍ່ສອງພັກ ສືບຕໍ່ສະຫນັບສະໜູນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດໂຄວິດ-19 ພະຍາຍາມສະໜອງຢາວັກຊິນເປັນຄັ້ງທີ 3 ໃຫ້ແກ່ຝ່າຍລາວ. ສປ ຈີນ ຕີລາຄາສູງ ແລະ ເຫັນວ່າພັກ ແລະ ລັດຖະບານລາວ ໄດ້ນຳໃຊ້ມາດຕະການທຸກອັນທີ່ທັນການ ແລະ ເດັດຂາດ ໃນປັດຈຸບັນ ເນື່ອງຈາກປະຊາຊົນລາວກຳລັງສູ້ຊົນຕ້ານກັບການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ ທີ່ມີທ່າອ່ຽງຮ້າຍແຮງ ລະບາດໄວ ຕອບໂຕ້ຍາກ ແລະ ມີຜົນກະທົບກວ້າງຂວາງ ສອງຝ່າຍຍັງໄດ້ຕົກລົງໂຈະການສະເຫຼີມສະຫຼອງການພົວພັນການທູດຄົບຮອບ 60 ປີທີ່ວາງໄວ້ຕາມແຜນ.

    ພ້ອມດຽວກັນນັ້ນ ທ່ານທູດຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນຈີນ ສະແດງຄວາມຂອບອົກຂອບໃຈຢ່າງສຸດອົກສຸດໃຈມາຍັງຝ່າຍລາວ ທີ່ໄດ້ຮີບຮ້ອນຈັດຕັ້ງແຜນສັກຢາວັກຊິນບໍ່ເສຍຄ່າໃຫ້ແກ່ພົນລະເມືອງຈີນທີ່ດຳລົງຊີວິດຢູ່ລາວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈທີ່ເປັນຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວ ແລະ ກໍເປັນການປະກອບສ່ວນອັນເປັນຮູບປະທຳໃຫ້ແກ່ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ ຈີນຍັງເຊື່ອໝັ້ນວ່າ ດ້ວຍການນຳພາອັນໜັກແໜ້ນເຂັ້ມແຂງຂອງພັກ-ລັດ ທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວອ້າຍນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກປະການໄດ້ຢ່າງແນ່ນອນ ແລະ ມີອະນາຄົດທີ່ສົດໃສ ຈີນລໍຄອຍການພົບປະສັງສັນຮ່ວມກັນ ສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດຈີນ-ລາວຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ 2021 ເພື່ອອວຍພອນໃຫ້ມິດຕະພາບລະຫວ່າງຈີນ-ລາວ ຈົ່ງໝັ້ນຄົງຂະໜົງງແກ່ນ. ຂໍ້ມູນດັ່ງກ່າວ ນຳມາຈາກເພຈຂອງວິທະຍຸສາກົນແຫ່ງປະເທດຈີນ CRI FM93Mhz.

# ຂ່າວ & ພາບ :  ວິທະຍຸສາກົນແຫ່ງປະເທດຈີນ CRI FM93Mhz.

error: Content is protected !!