ວັນທີ 21 ເມສາ 2021 ທີ່ກະຊວງການເງິນ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ມີບັນດາຄະນະບໍລິຫານງານພັກກະຊວງ ຮອງເລຂາຄະນະພັກຮາກຖານ ເລຂາ ຮອງເລຂາໜ່ວຍພັກຮາກຖານ ສະມາຊິກພັກ ຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານໂດຍສັງເຂບຜົນການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຈາກນັ້ນ ສະຫາຍ ສອນໄຊ ສີພັນດອນ ໄດ້ໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ຕ້ອງມີຍຸດທະສາດໃນການປັບປຸງວິສາຫະກິດລັດລົງທຶນໃຫ້ມີຜົນກໍາໄລ ແລະ ເປັນວິສາຫະກິດທີ່ນໍາໜ້າ ກວດກາຄືນ ວິສາຫະກິດທີ່ເປັນຍຸດທະສາດຂອງລັດ ທີ່ເປັນໜໍ່ແໜງທາງດ້ານລາຍຮັບ ກໍຄວນໃຫ້ຮັກສາວິສາຫະກິດຂອງລັດ 100% ແລະ ກວດຄືນລັດວິສາຫະກິດໃດທີ່ເປັນວິສາຫະກິດປະສົມ ຫຼື ຂາຍອອກໃຫ້ພາກເອກະຊົນ ປັບປຸງກົງຈັກການຈັດຕັ້ງ ແລະ ບຸຄະລາກອນຂອງບັນດາວິສາຫະກິດໃຫ້ມີຄວາມເໝາະສົມ ເພື່ອຮັບປະກັນການຄຸ້ມຄອງໃຫ້ມີປະສິດທິຜົນ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບງົບປະມານ ຫັນການຊໍາລະເກັບລາຍຮັບຜ່ານເອເລັກໂຕຣນິກ ແລະ ດີຈິຕອນໃຫ້ຫຼາຍຂຶ້ນ ເລັ່ງປະຕິຮູບວຽກລາຍຮັບ ລະບົບລາຍຈ່າຍ ແລະ ກົນໄກຂັ້ນຕອນການບໍລິການ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ການປະຕິບັດພັນທະຕໍ່ງົບປະມານໃຫ້ມີຄວາມສະດວກ ທັນສະໄໝ ປອດໃສ ວ່ອງໄວ ແລະ ມີປະສິດທິຜົນ ແບ່ງຂັ້ນຄຸ້ມຄອງຫົວໜ່ວຍທຸລະກິດ ແລະ ປະເພດອາກອນໃຫ້ມີຄວາມຊັດເຈນຢູ່ຂັ້ນສູນກາງ ແຂວງ ເມືອງ ເທດສະບານ ແລະ ນະຄອນຫຼວງວຽງຈັນ ປັບປຸງກົງຈັກການຈັດຕັ້ງຂອງຂະແໜງພາສີແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ກະທັດຮັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ ເພື່ອຍົກສູງບົດບາດການຄຸ້ມຄອງວຽກງານຄຸ້ມຄອງລາຍຮັບ ການສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ

# ຂ່າວ & ພາບ: ຂັນທະວີ