ເນື້ອໃນສໍາຄັນບາງສ່ວນ ຂອງຄໍາສັ່ງສະບັບເລກທີ 15/ນຍ

    ວັນທີ 21 ເມສາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໂດຍມີເນື້ອໃນບາງຕອນສໍາຄັນວ່າ: 

     ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ແຜ່ລາມອອກເປັນວົງກວ້າງຢ່າງໄວວາ ແລະ ຍາກທີ່ຈະຄວບຄຸມໄດ້ ເພື່ອເປັນບ່ອນອີງໃຫ້ທຸກຂະແໜງການ ທ້ອງຖິ່ນ ແລະ ທົ່ວສັງຄົມ ໄດ້ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີປະສິດທິພາບໃນທົ່ວປະເທດ ນາຍົກລັດຖະມົນຕີອອກຄໍາສັ່ງໃຫ້ກະຊວງ ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ສືບຕໍ່ໂຄສະນາເຜີຍແຜ່ ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ທຸກຄົນໃນສັງຄົມທີ່ດໍາລົງຊີວິດຢູ່ ສປປ ລາວ ໄດ້ຮັບຮູ້ໄພອັນຕະລາຍຂອງພະຍາດໂຄວິດ-19 ທີ່ມີການກາຍພັນ ພ້ອມທັງຮູ້ວິທີຈັກວິທີສະກັດກັ້ນ ຄວບຄຸມ ແລະ ແກ້ໄຂພະຍາດນີ້ດ້ວຍຕົນເອງ ຈັດຕັ້ງຈູດກວດກາວິເຄາະຫາເຊື້ອໂຄວິດ-19 ຄົ້ນຫາຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນ ສືບຕໍ່ຈັດຕັ້ງຂະບວນການສັກຢາວັກຊິນກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍບູລິມະສິດໃນທົ່ວປະເທດ ໂດຍປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ບັນດາກະຊວງ ອົງການທຽບເທົ່າ ນະຄອນຫຼວງວຽງຈັນ ວິສາຫະກິດທົ່ວນະຄອນຫຼວງວຽງຈັນ ຫຼຸດຈໍານວນ ແລະ ຈັດຕັ້ງຜຽນພະນັກງານ ລັດຖະກອນ ກໍາມະກອນຂອງຕົນ ມາປະຈໍາການໃນແຕ່ລະວັນຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ ວັນທີ 5 ພຶດສະພາ 2021 ຍົກເວັ້ນທະຫານ ຕໍາຫຼວດ ເຈົ້າໜ້າທີ່ດັບເພີງ ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ ນໍ້າປະປາ ໂທລະຄົມມະນາຄົມ ການສື່ສານ ຂົນສົ່ງ ສາທາລະນະສຸກ ອາສາສະໝັກ ຜູ້ທີ່ໄດ້ຮັບການມອບໝາຍໃຫ້ປະຈໍາການ ເຮດວຽກສະກັດກັ້ນ ຄວບຄຸມ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດ. 

    ພ້ອມນັ້ນ ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ ຍົກເວັ້ນຜູ້ທີ່ມີພູມລໍາເນົາ ເຮັດວຽກປະຈໍາຢູ່ນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ນວ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກ ນວ ໄປຕ່າງແຂວງ ແລະ ຈາກຕ່າງແຂວງເຂົ້າມາ ນວ ພ້ອມນັ້ນ ໃຫ້ເຈົ້າໜ້າທີ່ຕໍາຫຼວດຕັ້ງດ່ານເພື່ອກວດກາຢ່າງເຂັ້ມງວດ ຫ້າມຜູ້ທີ່ດໍາລົງຊີວິດຢູ່ໃນ ນວ ອອກຈາກເຮືອນ ຫຼືທີ່ພັກອາໄສຂອງຕົນ ຍົກເວັ້ນກໍລະນີຈໍາເປັນເຊັ່ນ:ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ ໄປໂຮງໝໍ ສ່ວນຜູ້ທີ່ຈໍາເປັນຕ້ອງໄປທໍາການຜະລິດກະສິກໍາ ກໍສາມາດໄປໄດ້ ແຕ່ຕ້ອງມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ ຄຸ້ມຄອງດ້ານຈໍານວນ ຂອບເຂດຢ່າງຮັດກຸມ ຫ້າມບໍ່ໃຫ້ສວຍໂອກາດກັກຕຸນສິນຄ້າອຸປະໂພກ-ບໍລິໂພກ ເປັນຕົ້ນ ຜ້າອັດປາກ-ອັດດັງ ນໍ້າຢາລ້າງມື ຢາປົວພະຍາດ ອຸປະກອນການແພດ ເຂົ້າ ອາຫານ ນໍ້າດື່ມ ແລະ ອື່ນໆ ຫ້າມໂຄສະນາເຜີຍແຜ່ ສົ່ງຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງໃນຮູບແບບໃດໜຶ່ງ ຫຼືຜ່ານສື່ຕ່າງໆ ຫ້າມຈັດກອງປະຊຸມ ໂຮມຊຸມນຸມ ຫຼືຈັດກິດຈະກໍາຕ່າງໆທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ. 

    ນອກນີ້ ໃຫ້ສືບຕໍ່ປິດດ່ານສາກົນ ດ່ານປະເພນີ ແລະ ດ່ານທ້ອງຖິ່ນທາງບົກ ແລະ ທາງນໍ້າທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດເຊື້ອພະຍາດໂຄວິດ-19 ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຮ້ານອິນເຕີເນັດຄາເຟ່ ຮ້ານນວດ ສະປາ ຮ້ານສະນຸກເກີ ສູນອອກກໍາລັງກາຍ ແລະ ກີລາໃນຮົ່ມທຸກປະເພດ ແລະ ອື່ນໆ. 

    ຄໍາສັ່ງສະບັບດັ່ງກ່າວເລີ່ມຈັດຕັ້ງປະຕິບັດແຕ່ເວລາ 6:00 ໂມງເຊົ້າຂອງວັນທີ 22 ເມສາ ຫາ ເວລາ 24:00 ໂມງກາງຄືນ ຂອງວັນທີ 5 ພຶດສະພາ 2021.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!