ສະໂມສອນບຶງຂະຫຍອງ ຄຳເສັງ ຈະຈັດແຂ່ງຂັນດອກປີກໄກ່ 3 ລາຍການ

    ສະໂມສອນດອກປີກໄກ່ ບຶງຂະຫຍອງ ຄຳເສັງ ມີແຜນຈະຈັດການແຂ່ງຂັນກີລາດອກປີກໄກ່ ໃນຮຸ່ນເຍົາວະຊົນ-ໄວໜຸ່ມ ແລະ ອາວຸໂສ 3 ລາຍການໃຫຍ່ ກໍຄືລາຍການຊີງຂັນສະຫາຍເລຂາຄະນະພັກນະຄອນຫຼວງວຽງຈັນ (ນວ) ຊີງຂັນທ່ານເຈົ້າຄອງ ນວ ແລະ ຊີງຂັນຮອງເຈົ້າຄອງ ນວ ທັງເປັນປະທານສະມາຄົມກີລາ-ກາຍຍະກຳນະຄອນຫຼວງວຽງຈັນ ເພື່ອເປັນການສົ່ງເສີມວົງການກີລາດອກປີກໄກ່ລາວ ກໍຄື ນວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ພ້ອມທັງສ້າງໂອກາດໃຫ້ນັກກີລາຮຸ່ນສືບທອດ ກ້າວສູ່ທີມຊາດໃນອະນາຄົດ.

    ທ່ານ ຄຳເສັງ ສູນດາລາ ປະທານບໍລິສັດ ຄຳເສັງ ຈຳກັດ ທັງເປັນປະທານສະໂມສອນດອກປີກໄກ່ ບຶງຂະຫຍອງ ຄຳເສັງ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ແຕ່ກ່ອນ ສະໂມສອນແຫ່ງນີ້ເປັນສະໂມສອນກີລາອະເນກປະສົງ ສະຖານທີ່ແຫ່ງນີ້ຫຼັກໆແມ່ນຈັດແຂ່ງຂັນກີລາມວຍລາວ ເຊິ່ງມີການເຕົ້າໂຮມມວນຊົນກັນຫຼາຍ ສະນັ້ນ ເພື່ອເປັນການປະຕິບັດຕາມຄຳສັ່ງ ແລະ ແຈ້ງການໂຈະຊົ່ວຄາວ ຈຶ່ງຫັນປ່ຽນມາເປັນສະໜາມກີລາດອກປີກໄກ່ ເພື່ອໃຫ້ບໍລິການແກ່ພໍ່ແມ່ປະຊາຊົນຊາວນະຄອນຫຼວງ ຜູ້ມັກຮັກໃນການຫຼິ້ນກີລາແທນ ເຊິ່ງການເປີດບໍລິການແມ່ນເລີ່ມຕັ້ງແຕ່ 10:00-22:00 ໂມງ ໃນນັ້ນ ກໍໄດ້ມີການປະຕິບັດຕາມາດຕະການຂອງຂັ້ນເທິງວາງອອກ ກໍຄືມີເຈວລ້າງມື ມີເຄື່ອງກວດອຸນຫະພູມ ແລະ ອື່ນໆອີກ.

    ເຖິງຢ່າງໃດກໍດີ ພາຍຫຼັງທີ່ໄດ້ເປີດບໍລິການແກ່ສັງຄົມໄດ້ຫຼາຍອາທິດຜ່ານມາ ກໍເຫັນວ່າມີມວນຊົນທີ່ີມັກຮັກໃນການຫຼິ້ນກີລາດອກປີກໄກ່ ພາກັນມາອອກກຳລັງກາຍຢູ່ທີ່ສະໂມສອນຂອງພວກເຮົາຢ່າງເປັນປົກກະຕິ ແລະ ເປັນຂະບວນການຄືກຄື້ນ ສະນັ້ນ ໃນຕໍ່ໜ້າ ກໍມີແຜນຈະຜັນຂະຫຍາຍໃນໜ້າວຽກຕ່າງໆ ເປັນຕົ້ນແມ່ນການສ້າງແຄັມເຝິກສອນນັກກີລາໃນຮຸ່ນສືບທອດຕື່ມອີກ ແລະ ໃນມໍ່ໆນີ້ ກໍມີແຜນຈະຈັດການແຂ່ງຂັນກີລາດອກປີກໄກ່ໃນຮຸ່ນເຍົາວະຊົນ-ຊາວໜຸ່ມ ແລະ ອາວຸໂສ 3 ລາຍການ ເພື່ອເປັນການສົ່ງເສີມວົງການກີລາດອກປີກໄກ່ລາວ ກໍຄືນະຄອນຫຼວງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ພ້ອມທັງສ້າງໂອກາດໃຫ້ນັກກີລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາຄົດອີກກດ້ວຍ ເວົ້າສະເພາະແລ້ວ ກໍຍັງເປັນການກະກຽມຄວາມພ້ອມໃຫ້ແກ່ຄູເຝິກ ກຳມະການຕັດສິນ ແລະ ນັກກິລາຜູ້ທີ່ຕາງໜ້າໃຫ້ທັບນັກກີລານະຄອນຫຼວງ ເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຈະຈັດຂຶ້ນໃນມໍ່ໆນີ້ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບອີກດ້ວຍ.

    ສຳລັບສະໂມສອນດອກປີກໄກ່ ບຶງຂະຫຍອງ ຄຳເສັງ ທີ່ຖືກປັບປຸງຂຶ້ນມາໃໝ່ແຫ່ງນີ້ ມີທັງໝົດ 4 ຂອດ ແລະ ທັງ 4 ຂອດ ແມ່ນປູດ້ວຍຢາງທີ່ໄດ້ມາດຕະຖານລະດັບເກຣດ A ສັ່ງໂດຍກົງມາຈາກໂຮງງານ ສປ ຈີນສະເພາະ ຫຼາຍຄົນທີ່ມາໃຊ້ບໍລິການໄດ້ອອກສຽງດຽວວ່າ ພື້ນຢາງນຸ່ມບໍ່ມີຜົນກະທົບຕໍ່ການອອກກຳລັງກາຍ ສຳລັບເດີ່ນເປີດໃຫ້ບໍລິການຊົ່ວໂມງລະ 50.000 ກີບຕໍ່ໜຶ່ງຂອດ ພິເສດທີ່ສຸດ ນັບແຕ່ມື້ນີ້ເປັນຕົ້ນໄປ ຈົນສິ້ນເດືອນເມສາ ແມ່ນມີໂປຣໂມຊັນ ຊົ່ວໂມງລະ 40.000 ກີບຕໍ່ໜຶ່ງຂອດ ແຖມສະປອນເຊີອີກ 1 ແກ້ວ ຖ້າຫາກວ່າບັນດາພາກສ່ວນ ໂດຍສະເພາະແມ່ນທີ່ຂຶ້ນກັບອົງການຈັດຕັ້ງລັດ ແມ່ນຈະຫຼຸດລາຄາພິເສດໃຫ້ ແນວໃດກໍດີ ໃນໄລຍະນີ້ ມີກະແສພະຍາຍາດໂຄວິດກັບມາແຜ່ລະບາດອີກຄັ້ງ ຫຼັງຈາກກະແສຜ່ອນລົງ ກໍຄາດວ່າຈະສືບຕໍ່ຈັດການແຂ່ງຂັນ 3 ລາຍການດັ່ງກ່າວ ໃຫ້ເກີດຜົນເປັນຈິງ.

​                           # ຂ່າວ & ພາບ: ສີພອນ

error: Content is protected !!