ນໍາໃຊ້ເຕັກໂນໂລຊີ-ຜະລິດຕະພັນຂອງຍີ່ປຸ່ນ ໃນການຮັບມືກັບພະຍາດໂຄວິດ-19

    ເພື່ອຕອບສະໜອງການປ້ອງກັນພະຍາດໂຄວິດ-19 ອົງການ JICA ໄດ້ໃຫ້ການສະໜັບສະໜູນຫຼາຍປະເທດທົ່ວໂລກ ໃນການນຳໃຊ້ເຕັກໂນໂລຊີ ແລະ ຜະລິດຕະພັນຂອງຍີ່ປຸ່ນ ເຂົ້າໃນໂຄງການຮ່ວມມືດ້ານວິຊາການ ໂດຍອົງການ JICA ທີ່ກຳລັງຈັດຕັ້ງປະຕິບັດຢູ່ແມ່ນໜຶ່ງໃນວິທີການສະໜັບສະໜູນການປ້ອງກັນພະຍາດໂຄວິດ-19 ອົງການ JICA ໄດ້ຕົກລົງທີ່ຈະນໍາໃຊ້ເຄື່ອງຈັກສີດສານເຄມີແບບອັດຕະໂນມັດສໍາລັບໂຮງງານຜະລິດນ້ຳປະປາຂອງບໍລິສັດໂທເກມິ ເຊິ່ງໄດ້ຮັບການພິສູດແລ້ວວ່າມີປະສິດທິຜົນໃນ ສປປ ລາວ ເຊິ່ງໂຄງການມາວະສຶ 2 (MaWaSU2) ຈະນຳໃຊ້ວິທີການຄັດເລືອກໂຄງການຕົວແບບເພື່ອຄັດເລືອກລັດວິສາຫະກິດນ້ຳປະປາທີ່ຈະໄດ້ຮັບເຄື່ອງສີດສານເຄມີດັ່ງກ່າວ.

    ຄະນະກຳມະການປະເມີນໂຄງການຕົວແບບ (PPEC) ຂອງໂຄງການ MaWaSU 2 ຈັດກອງປະຊຸມເຜີຍແຜ່ທົ່ວປະເທດ ກ່ຽວກັບ “ໂຄງການຕົວແບບໄລຍະທີ 1,5” ຂຶ້ນວັນທີ 7 ເມສາ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມປອງ ສິດທິວົງ ຫົວໜ້າກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີຜູ້ຕາງໜ້າຈາກພະແນກ ຍທຂ ແຂວງ ລັດວິສາຫະກິດນ້ຳປະປາແຂວງທົ່ວປະເທດ ເຂົ້າຮ່ວມ ນອກນີ້ຍັງມີຜູ້ຕາງໜ້າຈາກບໍລິສັດໂທເກມິ ເຂົ້າຮ່ວມທາງອອນລາຍ.

    ອີງຕາມການອະທິບາຍກ່ຽວກັບຜະລິດຕະພັນຈາກບໍລິສັດໂທເກມິ ແລະ ບໍລິສັດລາປອນ ຈຳກັດ ເຊິ່ງເປັນຕົວແທນຈຳໜ່າຍເປັນທາງການໃນ ສປປ ລາວ ໃຫ້ຮູ້ວ່າ: ລະບົບຂອງເຄື່ອງສີດສານເຄມີແບບອັດຕະໂນມັດ ສາມາດຕິດຕາມການເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອໃຫ້ແນ່ໃຈວ່າມີການສີດສານກຼໍຣິນທີ່ເໝາະສົມ ແລະ ໝັ້ນໃຈວ່າ ນ້ຳປະປາທີ່ແຈກຈ່າຍໃຫ້ຄົວເຮືອນ ມີຄວາມປອດໄພສໍາລັບຊົມໃຊ້ໃນຊີວິດປະຈຳວັນ.

    ໂຄງການຕົວແບບນີ້ ເພື່ອພັດທະນາຄວາມສາມາດໃຫ້ບັນດາລັດວິສາຫະກິດນ້ຳປະປາ ດ້ານການວາງແຜນຈັດຕັ້ງປະຕິບັດ ຕິດຕາມ ແລະ ປະເມີນຜົນໂຄງການນ້ຳປະປາ (ຢູ່ໃນຜົນໄດ້ຮັບ 2 ຂອງໂຄງການ MaWaSU 2) ເພື່ອເພີ່ມທັກສະໃນການວາງແຜນ ໂຄງການ MaWaSU 2 ໄດ້ຮັບການສະໜັບສະໜູນດ້ານເຕັກນິກຈາກກະຊວງແຜນການ ແລະ  ການລົງທຶນ ໂດຍການນຳໃຊ້ແບບຟອມບົດສະເໜີຂໍການລົງທຶນຂອງລັດ ເຂົ້າມານຳໃຊ້ໃນໂຄງການຕົວແບບ ເຊິ່ງໃນກອງປະຊຸມຄັ້ງນີ້ ທີມງານຊ່ຽວຊານໄດ້ອະທິບາຍກ່ຽວກັບວິທີການຂຽນບົດສະເໜີຂໍໂຄງການທີ່ມີເຫດຜົນ ແລະ ມີປະສິດທິຜົນ ເຊິ່ງພະແນກ ຍທຂ ແລະ ລັດວິສາຫະກິດນ້ຳປະປາແຕ່ລະແຂວງ ຕ້ອງກະກຽມຂຽນບົດສະເໜີຂອງຕົນໃຫ້ແລ້ວໃນທ້າຍເດືອນພຶດສະພາ 2021 ສຳລັບການຄັດເລືອກການຕິດຕັ້ງລະບົບສີດສານເຄມີແບບອັດຕະໂນມັດ ຄາດວ່າຈະຈັດເລີ່ມໃນທ້າຍເດືອນກັນຍາ ຫຼື ເດືອນຕຸລາ 2021.

    ໂຄງການ MaWaSU 2 (ໂຄງການ 5 ປີ ເລີ່ມແຕ່ເດືອນພຶດສະພາ 2018-ພຶດສະພາ 2023) ແມ່ນໂຄງການຮ່ວມມືດ້ານເຕັກນິກ-ວິຊາການ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ JICA ເຊິ່ງມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງນໍ້າປະປາ ໂດຍການສ້າງຄວາມເຂັ້ມແຂງດ້ານລະບົບການຄຸ້ມຄອງຂອງພາກລັດ ເເລະ ຄວາມສາມາດດຳເນີນງານຂອງລັດວິສາຫະກິດນໍ້າປະປາ ໂຄງການ MaWaSU 2 ປະກອບດ້ວຍ 4 ຜົນໄດ້ຮັບ ຄື: ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ (ຄວາມໂປ່ງໃສ ການກວດສອບໄດ້ ແລະ ການຈັດສັນການຄຸ້ມຄອງ (TAG)) ຂອງຂະແໜງນໍ້າປະປາ ໃນການຄຸ້ມຄອງວຽກງານນໍ້າປະປາ ຍົກລະດັບຄວາມສາມາດໃຫ້ລັດວິສາຫະກິດນໍ້າປະປາ ໃນການສ້າງແຜນການການຈັດຕັ້ງປະຕິບັດ ການຕິດຕາມ ແລະ ການປະເມີນຜົນໂຄງການນໍ້າປະປາ ຄົ້ນຄວ້າສ້າງມາດຕະຖານເຕັກນິກສໍາລັບວຽກງານນໍ້າປະປາ ແລະ ຍົກລະດັບຄວາມສາມາດການດໍາເນີນງານທີ່ຈໍາເປັນໃຫ້ລັດວິສາຫະກິດນໍ້າປະປາ ໃນການຈັດຕັ້ງປະຕິບັດວຽກງານນໍ້າປະປາ..

​                           # ຂ່າວ & ພາບ: ສະບາໄພ

error: Content is protected !!