ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫຼງໃຫ້ຮູ້ວັນທີ 19 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີວ່າ: ໃນໄລຍະສະຫຼອງບຸນປີໃໝ່ລາວປີນີ້ ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ ຊັ້ນຄົນຕ່າງໆ ກໍຄືຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ລັດຖະບານໄດ້ອອກແຈ້ງການສຳລັບການສືບຕໍ່ເພີ່ມທະວີການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ໄດ້ມອບໃຫ້ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໃນນາມຫົວໜ້າຄະນະສະເພາະກິດ ເປັນຜູ້ຖະແຫຼງຢໍ້າຕື່ມອີກ ເມື່ອວັນທີ 12 ເມສາ 2021.

ຜ່ານການປະຕິບັດແຈ້ງການດັ່ງກ່າວ ໂດຍລວມແລ້ວແມ່ນພະນັກງານ ນັກຮົບ ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດ ຢູ່ ສປປ ລາວ ແມ່ນປະຕິບັດໄດ້ດີ ແຕ່ກໍສັງເກດເຫັນວ່າມີຄົນຈຳນວນໜຶ່ງຢູ່ບາງທ້ອງຖິ່ນຍັງຂາດສະຕິຄວາມຮັບຜິດຊອບ ຕໍ່ກັບການປະຕິບັດມາດຕະການຕ່າງໆທີ່ລັດຖະບານໄດ້ວາງອອກນັ້ນ ຈຶ່ງເກີດມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ ພຽງແຕ່ໃນໄລຍະສະຫຼອງປີໃໝ່ ໄດ້ເພີ່ມຈາກ 49 ຄົນ ໃນວັນທີ 13 ເມສາ 2021 ມາເປັນ 58 ຄົນ ໃນວັນທີ 18 ເມສາ 2021 ໝາຍວ່າ ເພີ່ມອີກ 9 ຄົນ ເຊິ່ງເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລຍະຜ່ານມາ ໃນ 9 ຄົນນີ້ ໄດ້ມີການພົວພັນກັບຄົນອື່ນ ເຊິ່ງກໍມີຄວາມສ່ຽງສູງຕໍ່ການຕິດເຊື້ອ 218 ຄົນ ອັນເປັນທ່າອ່ຽງບໍ່ດີ ສຳລັບປະເທດພວກເຮົາ ສາຍເຫດຕິດເຊື້ອ ແມ່ນນຳມາຈາກຕ່າງປະເທດທັງໝົດ ນັບທັງເຂົ້າມາຢ່າງຖືກຕ້ອງ ແລະ ລັກລອບເຂົ້າມາແບບບໍ່ຖືກຕ້ອງ.
ເພື່ອສືບຕໍ່ເພີ່ມທະວີປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ພວກເຮົາຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການລະບາດຮຸນແຮງຂຶ້້ນດັ່ງຫຼາຍປະເທດ ໂດຍສະເພາະ ປະເທດທີ່ມີຊາຍແດນຕິດກັບລາວເຮົາ ທີ່ມີການລະບາດ ຮອບ 2 ຮອບ 3 ບາງມື້ ຕິດເຊື້ອເພີ່ມຂຶ້ນ 1.500-1.800 ຄົນ.
ດັ່ງນັ້ນ ຂ້າພະເຈົ້າສະເໜີໃຫ້ເອົາໃຈໃສ່ຕື່ມດັ່ງນີ້:
ໃຫ້ພະນັກງານ ນັກຮົບ ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດທີ່ພວມປະຕິບັດໜ້າທີ່ຢູ່ ສປປ ລາວ ທຸກຄົນ ເພີ່ມຄວາມຮັບຮູ້ ເຂົ້າໃຈຕໍ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ ບົນພື້ນຖານນັ້ນ ຮຽກຮ້ອງໃຫ້ທຸກຄົນສືບຕໍ່ເພີ່ມທະວີການປະຕິບັດຄຳສັ່ງ ຄຳແນະນຳ ແຈ້ງການຂອງຄະນະສະເພາະກິດແຕ່ລະຂັ້ນທີ່ອອກມາແລ້ວນັ້ນໃຫ້ເຂັ້ມງວດ ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ຖືວ່າວຽກງານດັ່ງກ່າວແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ພ້ອມນີ້ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ ໃຫ້ເອົາໃຈໃສ່ຕິດຕາມຂ່າວສານຈາກທາງການ ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆທີ່ບໍ່ມາຈາກແຫຼ່ງທາງການ ທີ່ສ້າງຄວາມວຸ້ນວາຍສັບສົນໃນສັງຄົມ.
ຮຽກຮ້ອງໃຫ້ຊາວລາວ ກໍຄືຊາວຕ່າງປະເທດທີ່ມີຄວາມປະສົງຈະເຂົ້າ-ອອກ ສປປ ລາວ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອດຳເນີນການໃຫ້ຖືກຕ້ອງຕາມຂັ້ນຕອນຂອງລະບຽບການ ບໍ່ໃຫ້ລັກລອບເຂົ້າ-ອອກ ເຊິ່ງຈະນຳຜົນເສຍຫາຍມາໃຫ້ປະເທດຊາດຂອງເຮົາ ກໍຄືປະເທດເພື່ອນບ້ານຂອງພວກເຮົາ (ຖ້າເຮົາເຮັດໄດ້ດີ ກໍເປັນການຊ່ວຍເຫຼືອປະເທດເພື່ອນບ້ານ ຖ້າປະເທດເພື່ອນບ້ານເຮັດໄດ້ດີ ກໍເປັນການຊ່ວຍເຫຼືອປະເທດເຮົາ).
ໃຫ້ສືບຕໍ່ເພີ່ມທະວີການຕິດຕາມ ກວດກາ ລາດຕະເວນ ລຽບຕາມຊາຍແດນຢ່າງເຄັ່ງຄັດ ເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ ໂດຍສະເພາະ ເຂດຊາຍແດນກັບປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ຖ້າພົບເຫັນຕ້ອງນຳມາກວດວິເຄາະຊອກຫາເຊື້ອໂຄວິດ-19 ແລະ ນຳສົ່ງໄປຈຳກັດບໍລິເວນໃຫ້ຄົບ 14 ວັນຕາມລະບຽບການ.
ໃຫ້ອຳນາດການປົກຄອງທ້ອງຖິ່ນ ມີມາດຕະການເຂັ້ມງວດ ແລະ ເປັນເຈົ້າການຕິດຕາມ ກວດກາ ການເຂົ້າມາ ຂອງບຸກຄົນທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຄອບຄົວ ແລະ ຍາດພີ່ນ້ອງ ຕ້ອງໃຫ້ການຮ່ວມມື ແຈ້ງຂໍ້ມູນຄວາມຈິງ ໃຫ້ການຈັດຕັ້ງຊາບດ່ວນ ເພື່ອແກ້ໄຂບັນຫາໃຫ້ທັນການ.
ໃຫ້ສືບຕໍ່ສັກວັກຊີນກັນພະຍາດໂຄວິດ-19 ໂດຍສະເພາະ ກຸ່ມເປົ້າໝາຍບູລິມະສິດ ແລະ ຂະຫຍາຍໄປທຸກສາຂາອາຊີບ (ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ຄູ ອາຈານ ພະນັກງານ ຢູ່ສູນການຄ້າ ໂຮງແຮມ ຮ້ານອາຫານ ພໍ່ຄ້າ-ແມ່ຄ້າຢູ່ຕະຫຼາດ ສູນການຫຼີ້ນກິລາປະເພດຕ່າງໆ ໃຫ້ທົ່ວເຖິງ ຕາມແຜນທີ່ກຳນົດໄວ້.
ສະນັ້ນ ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນໃນນັ້ນ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ຕ້ອງເປັນແບບຢ່າງນຳໜ້າ ເພື່ອປ້ອງກັນຕົນເອງ ຄອບຄົວ ແລະ ທົ່ວສັງຄົມ.
ລັດຖະບານອຳນວຍຄວາມສະດວກໃຫ້ຜູ້ປະກອບການ ຫຼື ບຸກຄົນທີ່ມີຄວາມປະສົງຢາກຊ່ວຍປະກອບສ່ວນຈັດຊື້ຢາວັກຊິນມາສີດໃຫ້ພະນັກງານຂອງບໍລິສັດຕົນເອງ ຫຼື ເປົ້າໝາຍອື່ນໃນສັງຄົມ ໃຫ້ສະເໜີເຈດຈຳນົງມາຫາຄະນະສະເພາະກິດຕ້ານໂຄວິດ-19 ເພື່ອພິຈາລະນາດ່ວນ ເພື່ອຈະໄດ້ປຶກສາຫາລືກັນລາຍລະອຽດວ່າ ຈະຈັດຊື້ເທົ່າໃດ ຍີ່ຫໍ້ໃດ ແລະ ສິດໃຫ້ເປົ້າໝາຍໃດໃຫ້ຄະນະສະເພາະກິດແຕ່ລະຂັ້ນ ປັບປຸງມາດຕະຖານສູນຈຳກັດບໍລິເວນ ແລະ ປະຕິບັດມາດຕະການຢ່າງຖືກຕ້ອງ ແລະ ເຂັ້ມງວດ.
ໃນກໍລະນີບຸກຄົນ ແລະ ການຈັດຕັ້ງຫາກລະເມີດບັນດາມາດ ຕະການທີ່ພັກ-ລັດ ກໍຄືການຈັດຕັ້ງແຕ່ລະຂັ້ນວາງອອກ ກໍໃຫ້ນຳໃຊ້ມາດຕະການຕ່າງໆ ຢ່າງເໝາະສົມ ລວມທັງມາດຕະການທາງບໍລິຫານ ເສດຖະກິດ ແລະ ກົດໝາຍກ່ຽວຂ້ອງ.