ບໍ່ມີຜູ້ຕິດເຊື້ອໃໝ່ ແຕ່ຕ້ອງພ້ອມໃຈກັນມີສະຕິລະວັງຕົວປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ

    ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດໂຄວິດ -19 ລາຍງານໃຫ້ຮູ້ວັນທີ 19 ເມສາ 2021 ວ່າ: ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມລວມທັງໝົດ 58 ຄົນ ບໍ່ມີຜູ້ເສຍຊີວິດ ໃນນີ້ປິ່ນປົວຫາຍດີ 49 ຄົນ ແລະ ຍັງສືບຕໍ່ປິ່ນປົວ 9 ຄົນ ພ້ອມນັ້ນ ມີສູນຈໍາກັດບໍລິເວນທັງໝົດ 47 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.272 ຄົນ ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນວັນທີ 18 ເມສາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ ຜົນກວດວິເຄາະທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອ ໝາຍຄວາມວ່າ ວັນທີ 18 ເມສາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່. 

    ພາຍຫຼັງທີ່ໄດ້ພັກຍາວເປັນເວລາ 6 ວັນ ເພື່ອສະເຫຼີມສະຫຼອງປີໃໝ່ລາວ 2564 ຕາມຮີດຄອງປະເພນີແລ້ວ ແຕ່ລະພາກສ່ວນກໍໄດ້ເຂົ້າສູ່ການປະຕິບັດໜ້າທີ່ວຽກງານຂອງຕົນ ເຖິງວ່າຢູ່ ສປປ ລາວ ຖ້າທຽບໃສ່ບັນດາປະເທດໃນຂົງເຂດອາຊຽນ ຖືວ່າແມ່ນປະເທດທີ່ມີຜູ້ຕິດເຊື້ອສະສົມຕໍ່າສຸດ ແລະ ກໍບໍມີຜູ້ເສຍຊີວິດ ກໍບໍ່ຄວນລະເຫຼີງ ແລະ ບໍ່ຖືເບົາໃນການປະຕິບັດມາດຕະການຕ່າງໆທີ່ວາງອອກ ເພາະວ່າໃນສະພາບປັດຈຸບັນນີ້ ການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ ຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ໂດຍສະເພາະ ບັນດາປະເທດໃກ້ຄຽງ ສປປ ລາວ ເຫັນວ່າໃນແຕ່ລະມື້ ມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດເຂົ້າມາໃນປະເທດ ລວມທັງຜູ້ທີ່ເດີນທາງເຂົ້າແບບບໍ່ຖືກຕ້ອງ ເຊິ່ງມີຄວາມສ່ຽງຈະແຜ່ລະບາດເຂົ້າມາໃນປະເທດ ສະນັ້ນ ພວກເຮົາຕ້ອງພ້ອມໃຈກັນມີສະຕິລະວັງຕົວ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດແລ້ວ ຂໍໃຫ້ບັນດາທ່ານຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍບູລິມະສິດຈະຮັບວັກຊີນປ້ອງກັນພະຍາດໂຄວີດ 19 ຈົ່ງພ້ອມກັນໄປຮັບການສັກວັກຊີນຢ່າງຮີບດ່ວນ ເພື່ອປ້ອງກັນຕົນເອງ ຄອບຄົວ ແລະ ເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19. 

    ສໍາລັບໃນທົ່ວໂລກ ມີການລາຍງານການລະບາດຂອງພະຍາດໂຄວິດ-19 ທັງໝົດ 219 (ປະເທດ/ເຂດ) ຜູ້ຕິດເຊື້ອສະສົມ 141.983.220 ຄົນ ເສຍຊິວິດສະສົມ 3.032.165 ຄົນ ແລະ ປິ່ນປົວຫາຍດີ 111.017.264 ຄົນ ປະເທດອາເມຣິກາຍັງເປັນອັນດັບ 1 ຜູ້ຕິດເຊື້ອສະສົມຫຼາຍກວ່າ 32 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 581.061 ຄົນ ອັນດັບ 2 ປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 15 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 178.793 ຄົນ ສ່ວນບັນດາປະເທດອາຊຽນ ມີກໍລະນີສະສົມທັງໝົດ 2.795.741 ຄົນ ເສຍຊີວິດສະສົມ 64.180 ຄົນ ເຊິ່ງແມ່ນອິນໂດເນເຊຍເປັນປະເທດທີ່ມີຜູ້ຕິດເຊື້ອສູງອັນດັບ 1 ຂອງອາຊຽນ (ອັນດັບທີ 19 ຂອງໂລກ) ມີຜູ້ຕິດເຊື້ອສະສົມສູງກວ່າ 1,6 ລ້ານກວ່າຄົນ ຖັດລົງມາແມ່ນປະເທດຟີລິບປິນ ມາເລເຊຍ ມຽນມາ ຕາມລຳດັບ ແລະ ສະພາບການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດອ້ອມຂ້າງ ສປປ ລາວ ລາຊະອານາຈັກໄທ ມີລາຍງານການລະບາດພາຍໃນປະເທດຮອບໃໝ່ໃນເດືອນເມສາ ປັດຈຸບັນມີຜູ້ຕິດເຊື້ອທັງໝົດ 42.352 ຄົນ ເສຍຊີວິດ 101 ຄົນ ທຸກແຂວງໃນປະເທດ ມີລາຍງານຜູ້ຕິດເຊື້ອ ສຳລັບວັນທີ 18 ເມສາ ມີຜູ້ຕິດເຊື້ອໃໝ່ 1.767 ຄົນ ແລະ ເສຍຊີວິດເພີ່ມ 2 ຄົນ ກຳປູເຈຍມີຜູ້ຕິດເຊື້ອທັງໝົດ 6.389 ຄົນ ເສຍຊີວິດ 43 ຄົນ ມີຜູ້ຕິດເຊື້ອໃໝ່ 618 ຄົນ ແລະ ເສຍຊີວິດໃໝ່ 4 ຄົນ ສປ ຈີນ ຕິດເຊື້ອໃໝ່ 16 ຄົນ ບໍ່ມີຜູ້ເສຍຊີວິດໃໝ່  ສສ ຫວຽດນາມ ມີກໍລະນີຕິດເຊື້ອໃໝ່ 1 ຄົນ ບໍ່ມີຜູ້ເສຍຊີວີດໃໝ່ ແລະ ມຽນມາ ມີກໍລະນີຕິດເຊື້ອໃໝ່ 9 ຄົນ ບໍ່ມີລາຍງານຜູ້ເສຍຊີວິດໃໝ່.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!