ຂ່າວຮ້າຍວັນນີ້ ໂຄວິດຕິດເພີ່ມອີກ 4 ເປັນຍິງ 2 ຊາຍ 2 ທີ່ເດີນທາງຈາກໄທເຂົ້າລາວ

     ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວັນທີ 17 ເມສາ 2021 ວ່າ: ວັນທີ 16 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 369 ຄົນ ຜົນກວດວິເຄາະທັງໝົດພົບຜູ້ຕິດເຊື້ອໃໝ່ 4 ຄົນຄື: 

    ກໍລະນີຢັ້ງຢືນທີ 55 ເພດຍິງ ອາຍຸ 25 ປີ ສັນຊາດ ລາວ ອາຊີບ ແມ່ບ້ານ ເຮັດວຽກຢູ່ບາງກອກ ປະເທດໄທ ຄອບຄົວ ມີລູກສາວ ອາຍຸ 1 ປີ 10 ເດືອນ ແລະ ຜົວ (ຍັງເຮັດວຽກຢູ່ຮ້ານອາຫານຢູ່ບາງກອກ) ທີ່ຢູ່ປັດຈຸບັນ ເມືອງຫີນບູນ ແຂວງຄຳມ່ວນ

    ປະຫວັດການເຄື່ອນໄຫວ

    ວັນທີ 14 ເມສາ 2021 ຜູ້ກ່ຽວ ແລະ ລູກສາວ ຂຶ້ນລົດໂດຍສານຢູ່ບາງກອກ ປະເທດໄທ ມີຜູ້ໂດຍສານທັງໝົດ 9 ຄົນ (ລວມທັງຜູ້ກ່ຽວ ແລະ ລູກສາວ) ມາສະຖານີຂົນສົ່ງນະຄອນພະນົມ ມາຮອດ ສປປ ລາວ ຜ່ານດ່ານຂົວມິດຕະພາບແຫ່ງທີ 3 (ເຂົ້າມາຖືກຕາມລະບຽບຫຼັກການ) ແລະ ຖືກຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃນເມືອງທ່າແຂກ 

    ວັນທີ 15 ເມສາ 2021 ເວລາ 17:30 ໂມງ ໄດ້ຖືກເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງຄຳມ່ວນ ເວລາ 22:00 ໂມງ ມີໄຂ້ ແທກອຸນຫະພູມໄດ້ 37,9 ອົງສາ ຈຶ່ງໄດ້ກິນຢາປາຣາ ອາການດີຂຶ້ນ 

    ວັນທີ 16 ເມສາ 2021 ຜົນກວດພົບເຊື້ອໂຄວິດ-19 ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ທາງແຂວງກຳນົດໄວ້.

     ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນມີ 4 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນ ແມ່ນຍັງລໍຖ້າຜົນກວດ ພ້ອມດຽວກັນນັ້ນ ຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

    ກໍລະນີຢັ້ງຢືນທີ 56 ເພດຊາຍ ອາຍຸ 32 ປີ ສັນຊາດ ລາວ ອາຊີບ ຂາຍເຄື່ອງນອນ ຢູ່ແຖວວົງວຽນໃຫຍ່ ຖະໜົນຈັກກະເພັດພາອຸລັດ ບາງກອກ ປະເທດໄທ ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອໂຄວິດ-19 

    ວັນທີ 7 ເມສາ 2021 ອອກເດີນທາງຈາກບາງກອກ ປະເທດໄທ ດ້ວຍລົດໂດຍສານຈາກສະຖານີໝໍຊິດເວລາ 19:00 ໂມງ ຕະຫຼອດໄລຍະການເດີນທາງຜູ້ກ່ຽວໃສ່ຜ້າອັດປາກ-ດັງຕະຫຼອດເວລາ

    ວັນທີ 8 ເມສາ 2021 ເດີນທາງມາຮອດ ແຂວງ ມຸກດາຫານ ເວລາ 5:00 ໂມງເຊົ້າ ມີຜູ້ໂດຍສານຮ່ວມເດີນທາງທັງໝົດ 32 ຄົນ ຂ້າມດ່ານ ຂົວມິດຕະພາບແຫ່ງທີ 2 ແລະ ມາຮອດແຂວງສະຫວັນນະເຂດ ເວລາ 8:00 ໂມງເຊົ້າ (ເຂົ້າມາຖືກຕາມລະບຽບຫຼັກການ) ພ້ອມດຽວກັນ ກໍຖືກສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນໄກສອນ ຜູ້ກ່ຽວຮູ້ສຶກເຈັບຫົວ ໄດ້ກິນຢາປາຣາ ອາການດີຂຶ້ນ ໄດ້ຖືກເກັບຕົວຢ່າງກວດຫາເຊື້ອຜົນກວດບໍ່ພົບເຊື້ອໂຄວິດ-19

    ມາຮອດວັນທີ 14 ເມສາ 2021 ເວລາ 13:45 ໂມງ ຜູ້ກ່ຽວໄດ້ຈ້າງລົດສາມລໍ້ມາຄິວລົດສະຫວັນນະເຂດ ນັ່ງມານຳກັນ 4 ຄົນ (ລວມທັງຜູ້ກ່ຽວ) ໃນນັ້ນ 1 ຄົນ ຢູ່ເມືອງສອງຄອນ ທີ່ເຫຼືອບໍ່ຮູ້ວ່າມາຈາກເມືອງໃດ ຫຼານຜູ້ກ່ຽວມາຮັບຢູ່ຄິວລົດປາກຊ່ອງ ແລະ ມາຮອດເຮືອນເວລາ 17:00 ໂມງ ຫຼັງຈາກນັ້ນ 1 ຊົ່ວໂມງຕໍ່ມາຜູ້ກ່ຽວຮູ້ສຶກໄຂ້ ຈຶ່ງກິນຢາປາຣາໃສ່ ໃນໄລຍະຢູ່ເຮືອນມີຄົນມາຫາ 3 ຄົນ ແລະ ໄດ້ກິນເຂົ້າຮ່ວມກັນ 

    ວັນທີ 15 ເມສາ 2021 ມີໄຂ້ ໄອ ຈຶ່ງມາກວດຢູ່ໂຮງໝໍສອງຄອນ ຖືກແຍກປ່ຽວ ແລະ ຕິດອາການ ວັນທີ 16 ເມສາ 2021 ເກັບຕົວຢ່າງກວດຊອກຫາເຊື້ອອີກຄັ້ງຜົນກວດວິເຄາະພົບເຊື້ອໂຄວິດ-19 ປັດຈຸບັນເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍ ແຂວງ ສະຫວັນນະເຂດ.

ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 8 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນຍັງລໍຖ້າຜົນກວດ ພ້ອມດຽວກັນນັ້ນຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

    ກໍລະນີຢັ້ງຢືນທີ 57 ເພດຊາຍ ອາຍຸ 24 ປີ ສັນຊາດ ລາວ ອາຊີບ ເຮັດຮ້ານອາຫານ ຢູ່ເຂດລາມກຳແຫງລາດພ້າວ ປະເທດໄທ ທີ່ຢູ່ປັດຈຸບັນ ເມືອງສອງຄອນ ແຂວງ ສະຫວັນນະເຂດ ກ່ອນເດີນທາງເຂົ້າມາ ສປປ ລາວ ບໍ່ໄດ້ກວດຊອກຫາເຊື້ອໂຄວິດ-19 

    ວັນທີ 14 ເມສາ 2021 ເວລາ 19:00 ໂມງ ເດີນທາງອອກຈາກບາງກອກ ປະເທດໄທ ພ້ອມດ້ວຍໝູ່ 1 ຄົນ (ເປັນຄົນແຂວງສະຫວັນນະເຂດ) ດ້ວຍລົດໂດຍສານຢູ່ສະຖານີລົດໝໍຊິດ ມີຜູ້ໂດຍສານຮ່ວມເດີນທາງ 28 ຄົນ 

    ວັນທີ 15 ເມສາ 2021 ມາຮອດມຸກດາຫານ ເວລາ 06:30 ໂມງເຊົ້າ ແລະ ຂ້າມດ່ານມາແຂວງສະຫວັນນະເຂດ (ເຂົ້າມາຖືກຕາມລະບຽບຫຼັກການ) ຜູ້ກ່ຽວມີໄອ ເຈັບຄໍ ແລະ ກິນອາຫານບໍ່ຮູ້ລົດຊາດ ໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຖືກສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນໄກສອນ 

    ວັນທີ 16 ເມສາ 2021 ຜົນກວດພົບເຊື້ອໂຄວິດ-19 ປັດຈຸບັນເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງ ສະຫວັນນະເຂດ.

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 20 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ ພ້ອມດຽວກັນພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

    ກໍລະນີຢັ້ງຢືນທີ 58 ເພດຍິງ ອາຍຸ 25 ປີ ສັນຊາດ:ລາວ ອາຊີບ ແມ່ບ້ານເຮັດວຽກຢູ່ເມືອງສີລາຊາແຂວງຊົນບູລີ ປະເທດໄທ ທີ່ຢູ່ປັດຈຸບັນ ເມືອງບໍລິຄັນ ແຂວງບໍລິຄຳໄຊ 

    ວັນທີ 6 ເມສາ 2021 ຂຶ້ນຍົນຈາກສະໜາມບິນສົງຂາ ມາຫາ ສະໜາມບິນອຸດອນ ຂຶ້ນລົດແທັກຊີ (ໃນລົດມີ 4 ຄົນ: ຄົນຂັບລົດ ໝູ່ 2 ຄົນ ແລະ ຜູ້ກ່ຽວ) ມານອນຢູ່ລີສອດບຶງການ ປະເທດໄທ

    ວັນທີ 6-13 ເມສາ 2021 ພັກຢູ່ລີສອດບຶງການ ປະເທດໄທ 

    ວັນທີ 14 ເມສາ 2021 ຜູ້ກ່ຽວໄດ້ໃຫ້ພີ່ນ້ອງເອົາລົດສ່ວນຕົວ ມາສົ່ງຂຶ້ນເຮືອ (ໃນລົດມີພີ່ນ້ອງ 1 ຄົນ ແລະ ຕົນເອງ) ເວລາ 06:00 ໂມງເຊົ້າ ຜູ້ກ່ຽວມາຂຶ້ນເຮືອຢູ່ເຂດບຶງການ ໂດຍມີຜູ້ຂັບເຮືອຈາກຝັ່ງລາວຂ້າມມາຮັບ ເພື່ອມາສົ່ງຢູ່ເຂດເມືອງປາກກະດິງ ເວລາ 8:00 ໂມງເຊົ້າ ຜູ້ຂັບເຮືອຈອດລົດໄວ້ທ່າປາກກະດິງ ແລະ ເມຍຜູ້ຂັບເຮືອຂີ່ລົດຈັກຮັບເອົາຜູ້ຕິດເຊື້ອນ້ຳເບີ 58 ໄປພັກຢູ່ບ້ານຂອງຕົນຊົ່ວຄາວ ຫຼັງຈາກນັ້ນຜູ້ກ່ຽວກໍ່ໄດ້ຂຶ້ນລົດວີໂກ້ນຳເຈົ້າຂອງເຮືອ ໂດຍມີລູກເຈົ້າຂອງເຮືອ ອາຍຸ 4 ປີນັ່ງໄປນຳ ແລະ ໄດ້ໄປສົ່ງຜູ້ກ່ຽວຮອດ ເມືອງບໍລິຄັນ ເຊິ່ງມີພໍ່ຜູ້ກ່ຽວຂີ່ລົດຈັກມາລໍຖ້າ ແລະ ພາໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ 

    ວັນທີ 15 ເມສາ 2021 ຖືກເກັບຕົວຢ່າງມາກວດຫາເຊື້ອ 

    ວັນທີ 16 ເມສາ 2021 ຜົນກວດພົບເຊື້ອໂຄວິດ-19 ປັດຈຸບັນເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍ ແຂວງບໍລິຄຳໄຊ.

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນມີ 4 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນຍັງລໍຖ້າຜົນ ກວດ ພ້ອມດຽວກັນໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

    ສໍາລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈໍານວນ 9 ຄົນ (4 ໃໝ່) ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ)

ແຂວງຈຳປາສັກ 1 ຄົນ ສາລະວັນ 1 ຄົນ ສະຫວັນນະເຂດ 2 ຄົນ (ໃໝ່) ຄໍາມ່ວນ 1 ຄົນ (ໃໝ່) ແລະ ແຂວງບໍລິຄໍາໄຊ 1 ຄົນ (ໃໝ່) ທຸກຄົນ ແມ່ນມີສຸຂະພາບຮ່າງກາຍຈິດໃຈສົມບຸນ ແລະ ແຂງແຮງດີ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!