ພົບຜູ້ຕິດເຊື້ອພະຍາດໂຄວິດ ເພີ່ມ 1 ກໍລະນີ

       ວັນທີ 16 ເມສາ 2021 ທີ່ກະຊວງສາທາລະສະສຸກ ທ່ານ  ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດ ຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ລາຍງານໃຫ້ຮຸ້ວ່າ:​  ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ວັນທີ 15 ເມສາ 2021 ໄດ້ເກັບຕົວ ຢ່າງມາກວດວິເຄາະທັງໝົດ 1.155 ຄົນ  ຜົນກວດວິເຄາະທັງ ໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ ກໍລະນີຢັ້ງຢືນທີ 54 ເພດຊາຍ ອາຍຸ 32 ປີ ສັນຊາດ ລາວ ອາຊີບຂາຍ ຜັກຢູ່ເຂດລາດພ້າວ ປະເທດໄທ ຄອບຄົວຜູ້ກ່ຽວ ມີທັງໝົດ 8​ ຄົນ ສະພາບໂດຍລວມ ຜູ້ກ່ຽວບໍ່ມີ ພະຍາດປະຈໍາຕົວ ແລະ ເປັນຄົນ ມີສຸຂະພາບແຂງແຮງ.

     ວັນທີ 11 ເມສາ 2021ຜູ້ກ່ຽວເດີນ ທາງ ມາ ສປປ ລາວ ໂດຍຂື້ນລົດທົວຈາກລາດ ພ້າວ ປະເທດໄທ ເວລາ 23:00​ ໂມງ ແລະ ລັກລອບຂ້າມມາທາງ ດ່ານປະເພນີປາກສະພານ ເມືອງ ລະຄອນເພັງ ແຂວງສາລະວັນ ໂດຍເຮືອຫາງຍາວ ພ້ອມດ້ວຍໝູ່ 1 ຄົນ ເຊິ່ງເປັນເພດຍິງ ໄວກາງຄົນ ພ້ອມດຽວກັນ ກໍ່ມີຄົນມາຮັບເອົາ ພວກກ່ຽວຢູ່ດ່ານ ດ້ວຍລົດຮຸນໃດ ບໍ່ຮູ້ທະບຽນລົດ ແລະ ມານອນພັກ ຢູ່ເຮືອນເຈົ້າຂອງລົດ ວັນທີ 12 ເມສາ 2021ເວລາ 3:00 ໂມງເຊົ້າ  ເຈົ້າຂອງລົດຮຸນໃດ ໄດ້ຂັບລົດມາ ສົ່ງພວກກ່ຽວ ຢູ່ເມືອງຄົງເຊໂດນ ເວລາ 4:00 ໂມງເຊົ້າ ເມຍຂອງ ກໍລະນີທີ 54 ໄດ້ຮັບເອົາຜູ້ກ່ຽວ ກັບບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ເວລາ 4:20 ໂມງ ເຊົ້າ ຜູ້ຮ່ວມເດີນທາງທີ່ເປັນເພດຍິງ ໄວກາງຄົນ ໄດ້ຂຶ້ນລົດໂດຍສານ ຈາກເມືອງຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ເຊິ່ງບໍ່ຮູ້ທະບຽນ ແລະ ປະເພດລົດ ໂດຍສານ. 

       ມາຮອດວັນທີ 13 ເມສາ 2021 ນາຍບ້ານພົບວ່າຜູ້ກ່ຽວ (ກໍລະນີທີ 54) ລັກລອບເຂົ້າມາ ຈຶ່ງໄດ້ນຳສົ່ງໄປຈຳກັດ    ບໍລິເວນຢູ່ ສູນໂຄກສະຫວາດ ເມືອງຄົງເຊ ໂດນ ວັນທີ 14​ ເມສາ 2021 ໄດ້ເກັບຕົວຢ່າງສົ່ງກວດໂຮງໝໍ ແຂວງຈຳປາສັກ ວັນທີ 15 ເມສາ 2021 ຜົນກວດພົບເຊື້ອໂຄວິດ-19 

    ປັດຈຸບັນ ເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ປິ່ນປົວຢູ່ ໂຮງໝໍແຂວງສາລະວັນ ສຳລັບກຸ່ມ ສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 32 ຄົນ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະ ປັດຈຸບັນ ແມ່ນ ຍັງລໍຖ້າຜົນກວດ.    

       ພ້ອມດຽວກັນນັ້ນ ພວກເຮົາ ຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມ ອາການພວກກ່ຽວ ແລະ ຈຳກັດ ບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

      ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ ຜູ້ເດີນ ທາງຮ່ວມນຳກໍລະນີ 54ທີ່ເປັນເພດ ຍິງໄວກາງຄົນ ທີ່ໄດ້ຂີ່ເຮືອຫາງຍາວ ລັກລອບຂ້າມມາຈາກປະເທດໄທນຳກັນ ເຊິ່ງໃນວັນທີ 12 ເມສາ 2021 ຜູ້ກ່ຽວ ໄດ້ຂຶ້ນລົດໂດຍສານ ຈາກຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ຮຽກຮ້ອງ ໃຫ້ຮີບຮ້ອນໄປພົບອຳນາດການປົກຄອງທ້ອງຖິ່ນ ຫຼື ເຈົ້າໜ້າທີ່ສາທາ ລະນະສຸກ ເພື່ອຈະໄດ້ເກັບຕົວ ຢ່າງກວດຫາເຊື້ອ ປ້ອງກັນບໍ່ໃຫ້ ໄປແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ຄົນໃນຄອບຄົວຂອງທ່ານ ສະເພາະ ລົດໂດຍສານ ທີ່ເດີນທາງຈາກ ເມືອງຄົງເຊໂດນ ຫາ ຫຼັກ 35 ແຂວງສະຫວັນນະເຂດ ໃນເວລາ 4:20 ໂມງນັ້ນ ສະເໜີໃຫ້ໄປ ຮີບຮ້ອນ ພົບເຈົ້າໜ້າທີ່ສາທາ ລະນະສຸກ ເພື່ອເກັບຕົວຢ່າງ ກວດຫາເຊື້ອ ສ່ວນເຈົ້າຂອງລົດ ຮຸນໃດ ທີ່ໄດ້ຮັບພວກກ່ຽວ 2​ ຄົນໃນມື້ດ່ັງກ່າວ ແລະ ໃຫ້ໄປພັກ ຢູ່ເຮືອນຂອງຕົນ ສະເໜີໃຫ້ໄປຮີບ ຮ້ອນພົບເຈົ້າໜ້າທີ່ສາທາລະນະສຸກ ຫຼື ອຳນາດການປົກຄອງທ້ອງຖິ່ນ ເພື່ອເກັບຕົວຢ່າງຊອກຫາເຊື້ອ.

error: Content is protected !!