ບົດຖະແຫຼງຂ່າວພິເສດ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19

        ສະບາຍດີ ຂ້າພະເຈົ້າ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19ຂໍອະນຸຍາດລາຍງານ:      

ສະພາບການລະບາດຂອງພະຍາດ COVID-19 ຢູ່ ໃນໂລກ ແລະ ສປປ ລາວ

ປັດຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 139,625,295 ຄົນ, ເສຍຊິວິດສະສົມ 2,997,766 ຄົນ ແລະ ປີ່ນປົວຫາຍດີ 118,667,492 ຄົນ; 

ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມຫຼາຍກວ່າ 32,220,316 ຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 578,964 ຄົນ;

ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 14,287,740 ຄົນ ແລະ ເສຍຊີວິດສະສົມ 174,335 ຄົນ; 

ສຳລັບບັນດາປະເທດອາຊຽນ, ປະເທດອິນໂດເນເຊຍ ມືຜູ້ຕິດເຊື້ອສູງ ອັນດັບ 1 ຂອງອາຊຽນ (ອັນດັບທີ 19 ຂອງໂລກ) ມີຜູ້ຕິດເຊື້ອສະສົມສູງກວ່າ  1,5 ລ້ານກວ່າຄົນ, ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມ້າ ຕາມລຳດັບ; 

ສຳລັບສະພາບການຕີດເຊື້ອພະຍາດໂຄວິດ-19 ຢູ່ປະເທດອ້ອມຂ້າງ ສປປ ລາວເຮົາ 

– ໄທ: ມີລາຍງານການລະບາດພາຍໃນປະເທດຮອບໃໝ່ໃນເດືອນເມສາ ເຊິ່ງມີລາຍງານໃນແຕ່ລະວັນເພິ່ມສູງຂຶ້ນຫຼາຍຮ້ອຍຄົນຕໍ່ມື້, ສຳລັບມື້ວານນີ້ ມີຈຳນວນຜູ້ຕິດເຊື້ອໃໝ່ 1,543 ຄົນ ແລະ ບໍ່ມີເສຍຊີວິດເພິ່ມ;

– ກຳປູເຈຍ:  ມີລາຍງານຜູ້ຕິດເຊື້ອໃໝ່ 344 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ

– ສປ ຈີນ: ຕິດເຊື້ອໃໝ່ 09 ຄົນ, ບໍ່ມີຜູ້ເສຍຊີວິດໃໝ່; 

– ສສ ຫວຽດນາມ: ມີກໍລະນີຕິດເຊື້ອໃໝ່ 10 ຄົນ, ບໍ່ມີຜູ້ເສຍຊີວີດໃໝ່; 

– ມຽນມາ: ມີກໍລະນີຕິດເຊື້ອໃໝ່ 5 ຄົນ  ແລະ ບໍ່ມີລາຍງານຜູ້ເສຍຊີວິດໃໝ່; 

ການເຝົ້າລະວັງ COVID-19 ຢູ່ ສປປ ລາວ 

ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ

ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 41 ສູນ, ຜູ້ທີ່ຍັງສືບຕໍ່ຈຳກັດບໍລິເວນມີ 3,741 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

     ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ

ໃນວັນທີ 15 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,155 ຄົນ;  ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ລາຍລະອຽດດັ່ງລຸ່ມນີ້: 

ກໍລະນີຢັ້ງຢືນທີ 54

– ເພດຊາຍ, ອາຍຸ: 32 ປີ, ສັນຊາດ: ລາວ, ອາຊີບ: ຂາຍຜັກຢູ່ເຂດລາດພ້າວ, ປະເທດໄທ.

– ຄອບຄົວຜູ້ກ່ຽວ ມີທັງໝົດ 8 ຄົນ. 

– ສະພາບໂດຍລວມ ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ

ວັນທີ 11 ເມສາ 2021

ຜູ້ກ່ຽວເດີນທາງ ມາ ສປປ ລາວ ໂດຍຂື້ນລົດທົວຈາກລາດພ້າວ, ປະເທດໄທ ເວລາ 23:00 ໂມງ ແລະ ລັກລອບຂ້າມມາ ທາງດ່ານປະເພນີປາກສະພານ, ເມືອງລະຄອນເພັງ, ແຂວງສາລະວັນ ໂດຍເຮືອຫາງຍາວ ພ້ອມດ້ວຍໝູ່ 1 ຄົນ ເຊິ່ງເປັນເພດຍິງ ໄວກາງຄົນ, ພ້ອມດຽວກັນ ກໍ່ມີຄົນມາຮັບເອົາພວກກ່ຽວຢູ່ດ່ານ ດ້ວຍລົດຮູນໃດ ບໍ່ຮູ້ທະບຽນລົດ ແລະ ມານອນພັກຢູ່ເຮືອນເຈົ້າຂອງລົດ.  

     ວັນທີ 12 ເມສາ 2021

ເວລາ 3:00 ໂມງເຊົ້າ  ເຈົ້າຂອງລົດຮູນໃດ ໄດ້ຂັບລົດມາສົ່ງພວກກ່ຽວ ຢູ່ເມືອງຄົງເຊໂດນ. 

ເວລາ 4:00 ໂມງເຊົ້າ ເມຍຂອງກໍລະນີທີ 54 ໄດ້ຮັບເອົາຜູ້ກ່ຽວ ກັບບ້ານນາເຕີຍ, ເມືອງຄົງເຊໂດນ, ແຂວງສາລະວັນ. 

     ເວລາ 4:20 ໂມງເຊົ້າ ຜູ້ຮ່ວມເດີນທາງ ທີ່ເປັນເພດຍິງໄວກາງຄົນ ໄດ້ຂຶ້ນລົດໂດຍສານ ຈາກເມືອງຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ເຊິ່ງບໍ່ຮູ້ທະບຽນ ແລະ ປະເພດລົດໂດຍສານ. 

ວັນທີ 13 ເມສາ 2021

–   ນາຍບ້ານພົບວ່າຜູ້ກ່ຽວ (ກໍລະນີທີ 54) ລັກລອບເຂົ້າມາ ຈຶ່ງໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນໂຄກສະຫວາດ, ເມືອງຄົງເຊໂດນ 

ວັນທີ 14 ເມສາ 2021 

      –   ໄດ້ເກັບຕົວຢ່າງສົ່ງກວດໂຮງໝໍແຂວງຈຳປາສັກ. 

ວັນທີ 15 ເມສາ 2021 

       –   ຜົນກວດພົບເຊື້ອ COVID-19 

      –   ປັດຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍແຂວງສາລະວັນ. 

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນມີ 32 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ເດີນທາງຮ່ວມນຳກໍລະນີ 54 ທີ່ເປັນເພດຍິງໄວກາງຄົນ ທີ່ໄດ້ຂີ່ເຮືອຫາງຍາວລັກລອບຂ້າມມາຈາກປະເທດໄທນຳກັນ ເຊິ່ງໃນວັນທີ 12 ເມສາ 2021 ຜູ້ກ່ຽວໄດ້ຂຶ້ນລົດໂດຍສານຈາກຄົງເຊໂດນ ມຸ່ງໜ້າສູ່ຫຼັກ 35 ແຂວງສະຫວັນນະເຂດ ຮຽກຮ້ອງໃຫ້ຮີບຮ້ອນໄປພົບອຳນາດການປົກຄອງທ້ອງຖິ່ນ ຫຼື ເຈົ້າໜ້າທີ່ສາທາລະນະສຸກ ເພື່ອຈະໄດ້ເກັບຕົວຢ່າງກວດຫາເຊື້ອ, ປ້ອງກັນບໍ່ໃຫ້ໄປແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ຄົນໃນຄອບຄົວຂອງທ່ານ.

ສະເພາະລົດໂດຍສານທີ່ເດີນທາງຈາກເມືອງຄົງເຊໂດນ ຫາ ຫຼັກ 35 ແຂວງສະຫວັນນະເຂດ ໃນເວລາ 4:20 ໂມງນັ້ນ ສະເໜີໃຫ້ໄປຮີບຮ້ອນພົບເຈົ້າໜ້າທີ່ສາທາລະນະສຸກ ເພື່ອເກັບຕົວຢ່າງກວດຫາເຊື້ອ. 

ສຳລັບເຈົ້າຂອງລົດຮູນໄດທີ່ໄດ້ຮັບພວກກ່ຽວ 2 ຄົນໃນມື້ດ່ັງກ່າວ ແລະ ໃຫ້ໄປພັກຢູ່ເຮືອນຂອງຕົນ ສະເໜີໃຫ້ໄປຮີບຮ້ອນພົບເຈົ້າໜ້າທີ່ສາທາລະນະສຸກ ຫຼື ອຳນາດການປົກຄອງທ້ອງຖິ່ນ ເພື່ອເກັບຕົວຢ່າງຊອກຫາເຊື້ອ.

3. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ  

ປັດຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 05 ຄົນ (01 ໃໝ່), ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ), ແຂວງຈຳປາສັກ 1 ຄົນ ແລະ ແຂວງສາລະວັນ 1 ຄົນ, ທຸກຄົນແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

    III. ຂໍ້ແນະນຳ

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ, 

ມື້ນີ້ແມ່ນເປັນມື້ປີໃໝ່ລາວ ດັ່ງນັ້ນ ການສະເຫຼີມສະຫຼອງບຸນປີໃໝ່ລາວ ກໍຂໍໃຫ້ບັນດາທ່ານສະເຫຼີມສະຫຼອງດ້ວຍຄວາມລະມັດລະວັງ, ຫຼີກລ່ຽງເຂົ້າຮ່ວມງານສັງສັນທີ່ມີຜູ້ຄົນແອອັດຫຼາຍ, ເຊິ່ງມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ, ໃນສະພາບປັດຈຸບັນ ເຫັນວ່າໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້ ພວກເຮົາທຸກຄົນຈົ່ງພ້ອມໃຈກັນປະຕິບັດມາດຕະການທີ່ວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດ ໂຄວິດ-19;

ອີກເທື່ອໜຶ່ງ ຂໍຮຽກຮ້ອງມາຍັງບັນດາທ່ານ ຮ່ວມແຮງຮ່ວມໃຈກັນປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 308/ຫສຍນ, ລົງວັນທີ 31 ມີນາ 2021 ແລະ ຄໍາແນະນໍາເພິ່ມເຕີມຂອງຄະນະສະເພາະກິດ, ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021;

ຖ້າຫາກທ່ານ ຮູ້ສຶກບໍ່ສະບາຍ ໃຫ້ທ່ານໄປພົບແພດທັນທີ ເພື່ອຊອກຫາສາເຫດ ແລະ ຮັບການປິ່ນປົວ ຫຼື ຖ້າພົບເຫັນກຸ່ມຄົນທີ່ມີອາການໄຂ້, ໄອ ຕ້ອງລາຍງານແກ່ສະຖານທີ່ບໍລິການສາທາລະນະສຸກທັນທີ ເພື່ອເກັບຕົວຢ່າງພວກກ່ຽວມາກວດຊອກຫາເຊື້ອໂຄວິດ-19; 

ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ເຝົ້າລະວັງ ຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍຢ່າງເຄັ່ງຄັດ ໂດຍສະເພາະແມ່ນການລັກລອບເຂົ້າມາເມືອງແບບບໍ່ຖືກລະບຽບຫຼັກການ ເຊິ່ງອາດມີຄວາມສ່ຽງໃນການນໍາເອົາເຊື້ອພະຍາດເຂົ້າມາໃນປະເທດຂອງພວກເຮົາ; 

ເນື່ອງໃນໂອກາດບຸນປີໃໝ່ລາວນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດນີ້ ໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ຄອບຄົວ ແລະ ປອດໄພຈາກເຊື້ອພະຍາດໂຄວິດ-19. 

ຕໍ່ໄປ ຂ້າພະເຈົ້າຂໍລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍຢູ່ໃນ ສປປ ລາວ;

ໃນວັນທີ 15 ເມສາ 2021  ສປປ ລາວ ເຮົາ ແມ່ນມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍ 00 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ (ມີລາຍງານຈາກ ນະຄອນຫຼວງ ແລະ 11 ແຂວງ); 

ຕົວເລກໄຂ້ຍຸງລາຍນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 15/04/2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 210 ຄົນ (ອັນດັບໜຶ່ງ ແມ່ນນະຄອນຫຼວງ, ຖັດລົງມາແມ່ນ ອັດຕະປຶ, ຫຼວງພະບາງ) ແຕ່ຍັງບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດດັ່ງກ່າວ; 

ສຳລັບການປ້ອງກັນພະຍາດ ໄຂ້ຍຸງລາຍກໍເຊັ່ນດຽວກັນ ຂໍການຮ່ວມມືມາຍັງ ພໍ່ແມ່ປະຊາຊົນຂອງພວກເຮົາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ຈົ່ງໄດ້ເອົາໃຈໃສ່ ວຽກງານການສ້າງຂະບວນການ ແລະ ເຮັດສຸຂະສຶກສາໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານກ່ຽວກັບການການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ທີ່ເປັນພາຫະນຳເຊື້ອພະຍາດໄຂ້ຍຸງລາຍ ແລະ ເຮັດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຖ້າພວກເຮົາ ສາມາດຄວບຄຸມໜອນນໍ້າຍຸງລາຍໄດ້ດີ ປະຊາຊົນບັນດາເຜົ່າກໍ່ຈະບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອໃໝ່ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍໃນປີ 2021;

ກ່ອນຈະຈົບການລາຍງານຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ທ່ານສາມາດຕິດຕາມຂໍ້ມູນຂ່າວສານທີ່ເປັນທາງການໄດ້: 

ຈາກເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19;

ເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ; 

ແລະ ສາມາດໂທສອບຖາມ ສາຍດ່ວນ 165 ແລະ 166.

ມາຮອດນີ້ການລາຍງານສະພາບພະຍາດໂຄວິດ-19 ປະຈຳວັນສຸກ ວັນທີ 16 ເມສາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້. ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ຕິດຕາມຊົມ ແລະ ຮັບຟັງ  

(ຂອບໃຈ)

error: Content is protected !!