ຄະນະສະເພາະກິດຍັງບໍ່ໄດ້ປິດເຂົ້າ-ອອກນະຄອນຫຼວງວຽງຈັນ

       ວັນທີ 14 ເມສາ 2021 ທີ່ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ (ນວ) ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ຂັ້ນ ນວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 11 ເມສາ 2021 ໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດຜູ້ທີ 50 ເຮັດໃຫ້ການນຳພັກ-ລັດ ອົງການປົກຄອງ ແລະ ຄະນະສະເພາະກິດ ນວ ຈຶ່ງເປັນຫວ່ງເປັນໄຍຕໍ່ສຸຂະພາບຂອງປະຊາຊົນຊາວ ນວ ກໍຄືປະຊາຊົນທົ່ວປະເທດເພື່ອເປັນຫຼຸດຜ່ອນການແຜ່ລະບາດອອກເປັນວົງກວ້າງແລະ ເປັນການປ້ອງກັນ

ຜົນກະທົບທີ່ຈະຕາມມາ ໂດຍສະເພາະທາງດ້ານເສດຖະກິດແລະ ການດຳລົງຊີວິດຂອງປະຊາຊົນ ຮັບປະກັນບໍ່ໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນ ດັ່ງນັ້ນ ຄະນະສະເພາະກິດ ນວ ຈຶ່ງໄດ້ເຮັດບົດລາຍງານຂໍຄຳເຫັນນຳລັດຖະບານຢ່າງຮີບດ່ວນໃນວັນທີ 13 ເມສາ 2021 ກ່ຽວກັບການປິດການເຂົ້າອອກ ນວ ແຕ່ວັນທີ 13-30 ເມສາ 2021 ແລະ ກໍໄດ້ຮັບການຕອບຮັບຈາກລັດຖະບານໃນເວລາ 20:30 ໂມງຂອງວັນດຽວກັນວ່າບໍ່ໃຫ້ປິດການເຂົ້າອອກ ນວ ເນື່ອງຈາກໄດ້ຮັບຂໍ້ມູນໃໝ່ຈາກກະຊວງສາທາລະນະສຸກ ເຊິ່ງປະຫວັດການເດີນທາງຂອງຜູ້ຕິດເຊື້ອທີ 50 ເຫັນວ່າມີຄວາມລະອຽດຊັດເຈນຂຶ້ນ ເຮັດໃຫ້ສຳນັກງານນາຍົກລັດຖະມົນຕີແຈ້ງໃຫ້ ນວ ບໍ່ທັນໃຫ້ປິດເມືອງເທື່ອ ດັ່ງນັ້ນ ຄະນະສະເພາະກິດ ນວ ຈຶ່ງໄດ້ອອກແຈ້ງການສະບັບລົງວັນທີ 13 ເມສາ 2021 ໃນເວລາ 23:00ໂມງ ເຖິງບັນດາພາກສ່ວນກ່ຽວຂ້ອງທຸກຂັ້ນແລະ ປະຊາຊົນທີ່ດຳລົງຊີວິດຢູ່ ນວ ຈົ່ງປະຕິບັດເຝົ້າລະວັງພະຍາດໂຄວິດໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ແລະແຕ່ນີ້ຫາທ້າຍເດືອນເມສາໃຫ້ປະຕິບັດຕາມແຈ້ງການຂອງສຳນັກງານນາຍົກລັດຖະມົນຕີແລະ ຂອງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວຢ່າງເຂັ້ມງວດ.

error: Content is protected !!