ຂ່າວບໍ່ດີ ວັນນີ້ພົບຜູ້ຕິດເຊື້ອໂຄວິດ-19 ຢູ່ຈໍາປາສັກເພີ່ມອີກ 1 ກໍລະນີ

      ທ່ານ  ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວັນທີ 14 ເມສາ 2021ວ່າ:  ວັນທີ 13 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.095 ຄົນ ໃນນັ້ນ ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 913 ຄົນ ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 87 ຄົນ ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1.093 ຄົນ ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 2 ຄົນທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ ຊອກຫາເຊື້ອໂຄວິດ-19 ພ້ອມນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນ.​

       ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວັນທີ 13 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 524 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ ກໍລະນີຢັ້ງຢືນທີ 53 ເພດຍິງ ອາຍຸ 25 ປີ ສັນຊາດລາວ ອາຊີບ ຂາຍອາຫານຕາມສັ່ງຢູ່ເຂດຫົວລຳໂພງ ກຸງເທບ ປະເທດໄທ ສະພາບໂດຍລວມ ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ ວັນທີ 7 ເມສາ 2021ຜູ້ກ່ຽວເດີນທາງມາ ສປປ ລາວ ຜູ້ດຽວ ໂດຍຂຶ້ນລົດຢູ່ສະຖານີໝໍຊິດ ຈາກນັ້ນ ລົດອອກປະມານ 19:00 ໂມງ ວັນທີ 8 ເມສາ 2021 ໄດ້ເດີນທາງມາຮອດດ່ານວັງເຕົ່າຢູ່ອຸບົນລາດຊະທານີ ປະມານ 6 ໂມງເຊົ້າ ແລະ ໄດ້ນັ່ງລໍຖ້າຈົນຮອດປະມານ 7:30 ໂມງເຊົ້າ ຈຶ່ງຂ້າມດ່ານດັ່ງກ່າວເຂົ້າມາ ສປປ ລາວ ໂດຍໄດ້ໃສ່ຜ້າອັດປາກ ແລະ ດັງຕະຫຼອດເວລາ ນັບແຕ່ມື້ເດີນທາງ ຫຼັງຈາກນັ້ນ ໄດ້ຖືກເກັບຕົວຢ່າງສົ່ງກວດໃນຕອນເຊົ້ານັ້ນ ແລະ ຮອດຕອນບ່າຍ ກໍໄດ້ຖືກສົ່ງມາຕິດຕາມຢູ່ສູນຫຼັກ 21 ເມືອງປະທຸມພອນ ວັນທີ 8-13 ເມສາ 2021 (ຈໍານວນ 6 ວັນ)​ ຜູ້ກ່ຽວໄດ້ນອນຢູ່ສູນຫຼັກ 21 ຮ່ວມກັນກັບຜູ້ອື່ນໃນຫ້ອງດຽວກັນທັງໜົດ 18 ຄົນ (ເປັນເພດຍິງທັງໜົດ) ການກິນເຂົ້າກິນນໍ້າ ແມ່ນຜູ້ກ່ຽວໄດ້ກິນແຍກຕ່າງຫາກ ແລະ ກິນຜູ້ດຽວຕະຫລອດເວລາ ວັນທີ 13 ເມສາ 2021ເວລາ 14:00 ໂມງ ຜົນກວດຢັ້ງຢືນແມ່ນພົບເຊື້ອໂຄວິດ-19 ເວລາ 16:00 ໂມງ ຈຶ່ງໄດ້ນໍາເອົາຜູ້ກ່ຽວຍ້າຍເຂົ້າມາປີ່ນປົວຢູ່ສູນໂພນທອງ.

      ສຳລັບກຸ່ມສໍາຜັດໃກ້ຊິດທັງໜົດ ມີ ຈໍານວນ 18 ຄົນທີ່ນອນຫ້ອງດຽວກັນ  ແມ່ນໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງຈໍາປາສັກ ຜົນກວດ ຜູ້ໃກ້ຊີດທັງໝົດແມ່ນບໍ່ພົບເຊື້ອທັງໝົດ  ແຕ່ທາງທີມງານກໍສືບຕໍ່ຕິດຕາມອາການພວກເຂົາ ແລະ ສືບຕໍ່ຈຳກັດບໍລິເວນຈົນຄົບ 14 ວັນ  ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ  ປັດຈຸບັນ ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 4 ຄົນ (1 ໃໝ່) ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ) ແລະ ແຂວງຈຳປາສັກ 1 ຄົນ ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

error: Content is protected !!