HarmonyOS ເຊື່ອມຕໍ່ກັບຊີວິດແບບງ່າຍດາຍ

       ທ່ານ ດຣ Wang Chenglu ຫົວໜ້າຝ່າຍວິສະວະກໍາຊອບແວຂອງຫົວເຫວີຍ ແລະ ຜູ້ອຳນວຍການໜ່ວຍທຸລະກິດຊານສະຫຼາດທຸກຮູບແບບ ກ່າວຄຳປາໄສກ່ຽວກັບການເຊື່ອມຕໍ່ກັບຊີວິດແບບງ່າຍດາຍ ໃນງານ TEDxHouHai ທີ່ຖືກຊຸກຍູ້ໂດຍແຮງກົດດັນ ວັນທີ 7 ເມສາ 2021 ຢູ່ເມືອງເຊີນເຈີ້ນ ສປ ຈີນ  ເຊິ່ງທ່ານໄດ້ຊີ້ໃຫ້ເຫັນອຸດສາຫະກຳອິນເຕີເນັດມືຖື ໂດຍມີໂທລະສັບສະມາດໂຟນເປັນສື່ກາງເຂົ້າສູ່ໄລຍະການຜັນປ່ຽນ ພ້ອມນີ້ ທ່ານຍັງໄດ້ປຶກສາຫາລືກ່ຽວກັບວິທີການພັດທະນາທີ່ວ່ອງໄວຂອງ IoT ຈະນຳສະເໜີໂອກາດທາງປະຫວັດສາດສຳລັບການຫັນເປັນອຸດສາຫະກຳ ແລະ ໄດ້ຮຽກຮ້ອງໃຫ້ມີການຮ່ວມມືລະຫວ່າງຕົ້ນສາຍ ແລະ ປາຍສາຍ ເພື່ອສ້າງລະບົບນິເວດໃໝ່ທີ່ຈະເລີນຮຸ່ງເຮືອງ ແລະ ຮັບເອົາຍຸກອິນເຕີເນັດເຄື່ອນທີ່.

       ເຕັກໂນໂລຊີ ມີພະລັງໃນການປ່ຽນແປງໂລກ ຕອນທີ່ຕົນຍັງນ້ອຍ ຄວາມໄຝ່ຝັນຂອງຕົນແມ່ນສາມາດເບິ່ງຮູບເງົາຢູ່ເຮືອນໄດ້ ແຕ່ດຽວນີ້ ມັນສາມາດເປັນໄປໄດ້ທຸກບ່ອນ ການພັດທະນາຢ່າງວ່ອງໄວຂອງອິນເຕີເນັດມືຖື ເຮັດໃຫ້ເກີດມີການຊໍາລະເງິນຜ່ານມືຖືໂດຍບໍ່ໃຊ້ເງິນສົດ ແລະ ການຊື້ເຄື່ອງແບບອອນລາຍ ເຊິ່ງທັງໝົດນີ້ ໄດ້ປ່ຽນແປງຊີວິດການເປັນຢູ່ຂອງພວກເຮົາ ເຫັນໄດ້ຢ່າງຈະແຈ້ງວ່າ ອຸດສາຫະກຳອິນເຕີເນັດມືຖື ເຊິ່ງເປັນສູນກາງໃນໂທລະສັບມືຖືກຳລັງຖືກກົດດັນ ການຈັດສົ່ງໂທລະສັບມືຖືທົ່ວໂລກເລີ່ມຫຼຸດລົງໃນປີ 2018 ແລະ ມີການຫຼຸດລົງປີລະປະມານ 6% ໃນປີ 2020 ນອກນີ້ ເວລາສະເລ່ຍທີ່ຜູ້ບໍລິໂພກຊົມໃຊ້ໃນໂທລະສັບມືຖືໃນແຕ່ລະວັນ ຍັງຄົງຢູ່ໃນລະຫວ່າງ 4-5 ຊົ່ວໂມງ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ເຊິ່ງສະແດງໃຫ້ເຫັນວ່າອຸດສາຫະກຳໄດ້ກ້າວເຂົ້າສູ່ຈຸດສຳຄັນ ແລະ ຕ້ອງມີການປ່ຽນແປງ ເຊັ່ນ: ຫຼັງຈາກໂມງຊານສະຫຼາດ ພົບວ່າຜູ້ໃຊ້ນອນແລ້ວ ໄຟໃນຫ້ອງຈະປິດໂດຍອັດຕະໂນມັດ ແລະ ເຄື່ອງປັບອາກາດຈະປັບອຸນຫະພູມໂດຍອັດຕະໂນມັດ ເພື່ອສ້າງສະພາບແວດລ້ອມໃນການນອນຫຼັບທີ່ສະດວກສະບາຍຍິ່ງຂຶ້ນ ໃຫ້ປະສົບການໃຊ້ວຽກຄືກັບມີຜູ້ຊ່ວຍຢູ່ເຮືອນ ອຸປະກອນອອກກໍາລັງກາຍ ທີ່ສາມາດເຮັດໜ້າທີ່ເປັນຜູ້ເຝິກສອນສ່ວນຕົວ ໂດຍບອກວິທີການອອກກໍາລັງກາຍ ແລະ ວິເຄາະຂໍ້ມູນໄດ້ຢ່າງຊັດເຈນ.

      ໃນຖານະປະຕິບັດການຮຸ່ນຕໍ່ໄປ HarmonyOS ຈະຊ່ວຍໃຫ້ອຸປະກອນອັດສະລິຍະຕ່າງໆສາມາດເຊື່ອມຕໍ່ ແລະ ເຮັດວຽກຮ່ວມກັນເປັນພາສາດຽວ ແລະ ນຳສະເໜີປະສົບການທີ່ເປັນມິດກັບຜູ້ໃຊ້ ຜ່ານອຸ ປະກອນທັງໝົດ ຫົວເຫວີຍຕັ້ງເປົ້າໝາຍທີ່ຈະໃຫ້ HarmonyOS ສາມາດໃຊ້ງານໄດ້ 300 ລ້ານເຄື່ອງໃນປີນີ້ ແລະ ຫວັງວ່າຈະໄດ້ຮ່ວມມືກັບຄູ່ຮ່ວມງານໃນຂະແໜງອຸດສາຫະກຳ ເພື່ອສ້າງລະບົບນິເວດທີ່ແຂງແຮງ HarmonyOS ເຊິ່ງຈະຊ່ວຍໃຫ້ຜູ້ຄົນໄດ້ເຂົ້າໃກ້ກັບຄວາມຝັນຂອງພວກເຂົາຫຼາຍຂຶ້ນ ໂດຍຜ່ານເຕັກໂນໂລຊີ ໂດຍເຮັດໃຫ້ຜູ້ບໍລິໂພກມີຊີວິດທີ່ລຽບງ່າຍ ແລະ ດີຂຶ້ນ. 

ຂ່າວ & ພາບ: ສະບາໄພ

error: Content is protected !!