ກະຊວງ ຜທ ປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີ

    ວັນທີ 12 ເມສາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ມີພິທີປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີກະຊວງ ຜທ ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ມີຮອງລັດຖະມົນຕີ ຫົວໜ້າກົມ ຫ້ອງການ ສູນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.

    ໃນພິທີ ທ່ານ ສຸລິຍາ ພົມມະສດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນການພັກ ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 124/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງຮອງນາຍົກລັດຖະ ມົນຕີ ທັງເປັນລັດຖະມົນຕີກະຊວງ ຜທ ໂດຍແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງ ຜທ ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 277/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງ ຜທ ໂດຍແຕ່ງຕັ້ງທ່ານນາງ ພອນວັນ ອຸທະວົງ ເປັນຮອງລັດຖະມົນຕີກະຊວງ ຜທ. 

    ພ້ອມດຽວກັນນີ້ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ຕົກລົງຍົກຍ້າຍທ່ານ ກອງຄຳ ໄຊສົງຄາມ ຮອງຫົວໜ້າຫ້ອງການ ມາສັງກັດຢູ່ກົມກວດກາ ກະຊວງ ຜທ. 

    ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ຕາງໜ້າຄະນະພັກ ຄະນະນຳກະຊວງ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ພອນວັນ ອຸທະວົງ ທີ່ໄດ້ຮັບຕຳແໜ່ງເປັນຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນເທື່ອນີ້ ແລະ ການປະກາດແຕ່ງຕັ້ງທ່ານ ກອງຄຳ ໄຊສົງຄາມ ຮອງຫົວໜ້າຫ້ອງການກະຊວງ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າກົມກວດກາກະຊວງ ພ້ອມທັງຂໍໃຫ້ທຸກສະຫາຍສຸມສະຕິປັນຍາຂອງຕົນປະກອບສ່ວນຊ່ວຍແກ້ໄຂບັນຫາຕົວຈິງທີ່ຍັງຄົງຄ້າງໃນໄລຍະທີ່ຜ່ານມາໃຫ້ເປັນຮູບປະທຳ ແລະ ອື່ນໆ.

                # ຂ່າວ & ພາບ: ຊິລິການດາ

error: Content is protected !!