ທູດໄທ ເຂົ້າຢ້ຽມຄໍານັບລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ

    ວັນທີ 12 ເມສາ 2021 ຢູ່ຫ້ອງວ່າການປະທານປະເທດ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດ ແຫ່ງລາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຄໍານັບທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ເນື່ອງໃນໂອກາດທີ່ທ່ານນາງ ເຂັມມະນີ ພົນເສນາ ໄດ້ຮັບໜ້າທີ່ເປັນລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດຄົນໃໝ່. 

    ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານເອກອັກຄະລາຊະທູດ ແຫ່ງລາຊະອານາຈັກໄທ ພ້ອມຄະນະ ທີ່ເຂົ້າຢ້ຽມຄໍານັບ ທັງນີ້ກໍເພື່ອເປັນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີແກ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລາວ-ໄທ ທີ່ກຳລັງຢູ່ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດຮ່ວມກັນ. 

    ເນື່ອງໃນໂອກາດທີ່ພະນະທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສປປ ລາວ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຄັ້ງທີ IX ຜ່ານມາ ກົມສົມເດັດພະເທບ ແຫ່ງລາຊະອານາຈັກໄທ ມີຈຸດປະສົງມອບກະຕ່າດອກໄມ້ເພື່ອສະແດງຄວາມຊົມເຊີຍຕໍ່ພະນະທ່ານປະທານປະເທດ ໂດຍມອບໝາຍໃຫ້ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທ ປະຈຳ ສປປ ລາວ ນຳເອົາກະຕ່າດອກໄມ້ຊົມເຊີຍດັ່ງກ່າວ ເຂົ້າມອບໃຫ້ພະນະທ່ານປະທານປະເທດ ເຊິ່ງຕາງໜ້າໃຫ້ແກ່ທ່ານປະທານປະເທດ ກ່າວຮັບກະຕ່າດອກໄມ້ຄັ້ງນີ້ ໂດຍທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ.

                # ຂ່າວ & ພາບ: ຊິລິການດາ

error: Content is protected !!