ລາວ-ກຳປູເຈຍ ຫາລືເສີມຂະຫຍາຍສາຍພົວພັນມິດຕະພາບ

     ວັນທີ 12 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບແບບທາງໄກ ກັບສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກໍາປູເຈຍ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ.

     ການສົນທະນາຂອງທ່ານ ພັນຄໍາ ວິພາວັນ ກັບ ສົມເດັດ ເຕໂຈ ຮຸນແຊນ ຄັ້ງນີ້ ເປັນການສົນທະນາຄັ້ງທໍາອິດ ພາຍຫຼັງທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄົນໃໝ່ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈທີ່ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນໃຈມາຍັງການນໍາຂອງລາວ ແລະ ຄອບຄົວຂອງອະດີດເລຂາທິການໃຫຍ່ປະທານປະເທດ ຈູມມາລີ ໄຊຍະສອນ ຕໍ່ການສູນເສຍອັນຍິ່ງໃຫຍ່ຍ້ອນອຸບັດເຫດທາງເຮືອ ໃນວັນທີ 4 ເມສາ 2021 ທີ່ຜ່ານມາ.

    ພ້ອມດຽວກັນນີ້ ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບອັນເປັນມູນເຊື້ອ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ ໂດຍຜ່ານບັນດາກົນໄກຮ່ວມມືສອງຝ່າຍ ຂອງສອງປະເທດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ສອງຝ່າຍໄດ້ພະຍາຍາມຮ່ວມກັນເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ໃຫ້ມີການຂະຫຍາຍຕົວເປັນປົກກະຕິ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆລະຫວ່າງສອງປະເທດໃນບົດບັນທຶກຂອງກົມການເມືອງ ຄັ້ງທີ 12 ທີ່ລາຊະອານາຈັກກໍາປູເຈຍໃນຕົ້ນເດືອນກຸມພາ 2020 ບົດບັນທຶກຂອງກອງປະຊຸມຄະນະກຳມະການຮ່ວມມື (JC) ລາວ-ກໍາປູເຈຍ ຄັ້ງທີ 13 ກໍຄືເອກະສານອື່ນໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ.

     ໂອກາດດຽວກັນນີ້ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ລະຫວ່າງສອງປະເທດຢ່າງເປັນປົກກະຕິ ພາຍຫຼັງສິ້ນສຸດການລະບາດຂອງພະຍາດໂຄວິດ 19.

    ພ້ອມນັ້ນ ຍັງໄດ້ມີການສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

      ໃນຕອນທ້າຍ ສົມເດັດ ເຕໂຈ ຮຸນແຊນ  ໄດ້ເຊື້ອເຊີນທ່ານ ພັນຄຳ ວິພາວັນ  ໄປຢ້ຽມຢາມລາຊະອານາຈັກກຳປູເຈຍ  ໃນເວລາທີ່ເໝາະສົມ ແລະ ໄດ້ຝາກຄວາມຢ້ຽມຢາມເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມນັ້ນ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ສົມເດັດ ເຕໂຈ ຮຸນແຊນ ໄດ້ອວຍພອນໃຫ້ທ່ານ ພັນຄຳ ວິພາວັນ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.

     ທ່ານ ພັນຄຳ ວິພາວັນ ກໍໄດ້ເຊື້ອເຊີນສົມເດັດ ເຕໂຈ ຮຸນແຊນ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ສອງຝ່າຍຍັງໄດ້ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຈະເລີນງອກງາມຂຶ້ນໄປເລື້ອຍໆ.

​                           # ຂ່າວ & ພາບ: ລັດເວລາ

error: Content is protected !!