ໄລຍະບຸນປີໃໝ່ລາວ ກວດກາເຂັ້ມງວດຕໍ່ນັກຂັບຂີ່ທີ່ໃຊ້ທາງດ່ວນວຽງຈັນ-ວັງວຽງ

    ເພື່ອກະກຽມໃສ່ການສະເຫຼີມສະຫຼອງວັນບຸນປີໃໝ່ລາວ ພສ 2564 ກົມຕໍາຫຼວດຈະລາຈອນ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ສົມທົບກັບບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ຈັດກິດຈະກໍາໂຄສະນາແນະນໍາກົດລະບຽບຈະລາຈອນ ກໍຄືຫຼັກການນໍາໃຊ້ທາງດ່ວນຢ່າງຖືກຕ້ອງ ແລະ ປອດໄພ ໃຫ້ແກ່ບັນດານັກຂັບຂີ່ທີ່ມານໍາໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຂຶ້ນໃນວັນທີ 12 ເມສາ 2021 ທີ່ສະຖານີເກັບເງິນນະຄອນຫຼວງວຽງຈັນ ມີທ່ານ ພັນໂທ ຈັນທະບຸນ ມະນີວົງ ຮອງຫ້ອງຕໍາຫຼວດ ຜູ້ຊີ້ນໍາພະແນກຈາລະຈອນນະຄອນຫຼວງວຽງຈັນ ທ່ານ ມາຫົງຫວາງ ຮອງປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຕໍາຫຼວດຈາລະຈອນ ແລະ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມ.

    ຈຸດປະສົງຂອງການຈັດກິດຈະກໍາຄັ້ງນີ້ ເພື່ອໂຄສະນາເຊີນຊວນໃຫ້ນັກຂັບຂີ່ ໄດ້ຮັບຮູ້ຫຼັກການ ລະບຽບການນໍາໃຊ້ທາງດ່ວນຢ່າງຖືກຕ້ອງ ແລະ ປະຕິບັດຕາມຢ່າງເຂັ້ມງວດ ເພື່ອເຮັດໃຫ້ການສັນຈອນຢູ່ທາງດ່ວນມີຄວາມສະດວກສະບາຍ ແລະ ມີຄວາມປອດໄພ ຫຼີກເວັ້ນຈາກການເກີດອຸບັດເຫດ ເພື່ອເປັນການປະກອບສ່ວນເຮັດໃຫ້ການເດີນທາງໄປທ່ອງທ່ຽວ ທຳບຸນ ຫຼືສະເຫຼີມສະຫຼອງວັນບຸນປີໃໝ່ລາວ ພສ 2564 ປີນີ້ ມີຄວາມເບີກບານມ່ວນຊື່ນ ເພື່ອສ້າງຄວາມສາມັກຄີຮັກແພງລະຫວ່າງຕຳຫຼວດຈະລາຈອນ ແລະ ເຈົ້າໜ້າທີ່ທາງດ່ວນໃຫ້ແໜ້ນແຟ້ນກ່ວາເກົ່າ ສໍາລັບກິດຈະກໍາທີ່ຈະເຮັດ ແມ່ນໂຄສະນາ ແນະນໍານັກຂັບຂີ່ ໂດຍນໍາໃຊ້ເຄື່ອສຽງໃນລົດຂອງຕໍາຫຼວດ ແຈກຢາຍແຜ່ນພັບ (ໂບຣຊົວ) ໃຫ້ນັກຂັບຂີ່ ເຜີຍແຜ່ຄຼິບວິດີໂອຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ ເຊິ່ງກິດຈະກໍາດັ່ງກ່າວ ຈະເລີ່ມແຕ່ວັນທີ 12-16 ເມສາ 2021 ແລະ ຈະປະເມີນຜົນການເຮັດວຽກໃນແຕ່ລະວັນ.

    ທ່ານ ພັນໂທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ເພື່ອແນະນໍານັກຂັບຂີ່ກ່ອນທີ່ຈະຂຶ້ນສູ່ທາງດ່ວນໃນໄລຍະປີໃໝ່ທີ່ຈະມາເຖິງນີ້ ໃນກິດຈະກໍາ ແມ່ນໄດ້ແຈກຢາຍແຜ່ນພັບ ໃຫ້ຄໍາແນະນໍາໃຫ້ນັກຂັບຂີ່ຕາມຈຸດດ່ານເກັບປີ້ກ່ອນຈະເຂົ້າສູ່ທາງດ່ວນ ກໍໄດ້ພາກສ່ວນບັງຄັບໃຊ້ກົດໝາຍ ຢູ່ 4 ແຍກໄຟອໍານາດໜອງບຶກ ໃນນີ້ ຈະໄດ້ກວດທາດເຫຼົ້າ ເຕັກນິກ ສຸຂະພາບ ຄວາມໄວ ແລະ ອື່ນໆ ເຊິ່ງໄລຍະຜ່ານມາ ການເກີດອຸບັດເຫດຢູ່ທາງດ່ວນແມ່ນຫຼາຍພໍສົມຄວນ ສາເຫດແມ່ນເກີດຈາກການຊ່ວງຊີງກັນ ບໍ່ຮັກສາໄລຍະຫ່າງ ແລ່ນຄວາມໄວເກີນກໍານົດ ດື່ມສິ່ງມຶນເມົາ ເຕັກນິກ ສຸຂະພາບອ່ອນເພຍ ແລະ ອື່ນໆ ຂ້າພະເຈົ້າຂໍຝາກນໍານັກຂັບຂີ່ທີ່ມານໍາໃຊ້ທາງດ່ວນ ຈົ່ງພ້ອມກັນປະຕິບັດຕາມຄໍາແນະນໍາຂອງຕໍາຫຼວດຈະລາຈອນ ສໍາລັບມາດຕະການນໍາໃຊ້ຕໍ່ຜູ້ຂັບຂີ່ທີ່ຂຶ້ນສູ່ທາງດ່ວນໃນໄລຍະນີ້ ແມ່ນອີງໃສ່ແຈ້ງການໃນການຫຼິ້ນບຸນປີໃໝ່ ນອກຈາກນັ້ນ ກໍຈະນໍາໃຊ້ດໍາລັດ188 ແລະ ອີງໃສ່ສະຖະນະການໜັກ ຫຼື ເບົາ ນອກຈາກນັ້ນ ໃນ 9 ຕົວເມືອງກໍໄດ້ຂຶ້ນແຜນ ແລະ ໄດ້ຈັດຕັ້ງປະຕິບັດຄືກັນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 11-18 ເມສາ 2021 ທຸກໆດ່ານມີ 6 ດ່ານ 10 ຈຸດກວດກາ ນອກຈາກນັ້ນ ມີ 9 ວັດ ທີ່ເຈົ້າໜ້າໄດ້ລົງຈັດສັນສະຖານທີ່ຕາມວັດວາອາຣາມ ເພື່ອເຮັດໃຫ້ການເກີດອຸບັດເຫດຫຼຸດລົງກວ່າເກົ່າ.

​                           # ຂ່າວ & ພາບ: ວຽງມາ

error: Content is protected !!