ແຕ່ງຕັ້ງທ່ານ ລັນ ແສງອາພອນ ເປັນຮອງລັດຖະມົນຕີກະຊວງ ຍທຂ

    ພິທີປະກາດການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນຮອງລັັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວັນທີ 12 ເມສາ 2021 ທີ່ກະຊວງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ມີຫົວໜ້າຫ້ອງການ ບັນດາຫົວໜ້າກົມ ສະຖາບັນ ຄະນະຄຸ້ມຄອງໂຄງການ ລັດວິສາຫະກິດ ແລະ ຫົວໜ້າພະແນກອ້ອມຂ້າງກະຊວງເຂົ້າຮ່ວມ.

     ໃນພິທີທ່ານ ວຽງທອງ ສິງຄໍາພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງໂຍກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ວ່າ: ອີງຕາມມະຕິກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 29 ມີນາ 2021 ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 116/ຄຈສພ ລົງວັນທີ 1 ເມສາ 2021 ຄະນະເລຂາທິການສູນກາງພັກ ອອກຄໍາສັ່ງໂຍກຍ້າຍທ່ານ ສັນຕິສຸກ ສິມມະລາວົງ ກໍາມະການຄະນະພັກກະຊວງ ຍທຂ ໄປຮັບໜ້າທີ່ໃໝ່ຢູ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມນັ້ນ ໄດ້ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 281/ນຍ ລົງວັນທີ 2 ເມສາ 2021 ນາຍົກລັດຖະມົນຕີອອກດໍາລັດແຕ່ງຕັ້ງທ່ານ ລັນ ແສງອາພອນ ເປັນຮອງລັດຖະມົນຕີກະຊວງ ຍທຂ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!