ບໍລິການແກ້ໄຂບັນຫາ IP ແບບອັດສະລິຍະຂອງຫົວເຫວີຍ

    ຈາກການສຳຫຼວດພາຍໃຕ້ຫົວຂໍ້ “ການຍອມຮັບການປ່ຽນແປງເຄືອຂ່າຍ IP ທີ່ຊານສະຫຼາດ ໃນການຊຸກຍູ້ອະນາຄົດໃໝ່ສຳລັບອຸດສາຫະກຳ” ງານຫົວເຫວີຍອາຊີປາຊີຟິກ IP Club Carnival 2021 ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 30 ມີນາ-1 ເມສາ 2021 ເຊິ່ງງານອອນລາຍດັ່ງກ່າວ ໄດ້ເຜີຍແຜ່ວິທີການແກ້ໄຂບັນຫາການສື່ສານຂໍ້ມູນ ເລັ່ງການຫັນປ່ຽນດີຈີຕອນທົ່ວຂະແໜງອຸດສາຫະກຳ ຊ່ວຍໃຫ້ອົງກອນຕ່າງໆສ້າງຄວາມທົນທານຕໍ່ກັບດີຈີຕອນໃນສະພາບ New Normal ບໍລິສັດຫົວເຫວີຍໄດ້ນໍາສະເໜີບໍລິການແກ້ໄຂບັນຫາອິນເຕີເນັດໂປຣໂຕຄໍ (IP) ສະບັບໃໝ່ຫຼ້າສຸດ ສຳລັບຕະຫຼາດອາຊີ-ປາຊີຟິກ (APAC) ໂດຍມີລູກຄ້າ ແລະ ຄູ່ຮ່ວມງານຫຼາຍກວ່າ 2.400 ຄົນ ຜູ້ຊ່ຽວຊານດ້ານອຸດສາຫະກຳ ແລະ ຜູ້ຊ່ຽວຊານດ້ານເຕັກນິກທີ່ຢູ່ອາຊີ-ປາຊີຟິກ ເຂົ້າຮ່ວມງານດັ່ງກ່າວ.

    ງານດັ່ງກ່າວ ຫົວເຫວີຍໄດ້ສຸມໃສ່ໂຊລູຊັ່ນຄລາວວິທະຍາເຂດ ພ້ອມດ້ວຍຜະລິດຕະພັນ ແລະ ບໍລິການແກ້ໄຂບັນຫາ Data Center Network (DCN) ແລະ CloudWAN (Wide Area Network) ຜູ້ຊ່ຽວຊານດ້ານອຸດສາຫະກຳຊັ້ນແນວໜ້າ ໄດ້ຊີ້ແຈງກ່ຽວກັບວິທີການທີ່ວິເຄາະຂໍ້ຜິດພາດຕ່າງໆ ເພື່ອໃຫ້ການປ້ອງກັນທີ່ມີປັນຍາ ມີປະສິດທິຜົນຕໍ່ກັບໄພຂົ່ມຂູ່ ໃນຂະນະດຽວກັນ Huawei CloudFabric DCNs ກຳລັງຊຸກຍູ້ສູນຂໍ້ມູນເຂົ້າສູ່ຍຸກທີ່ສະຫຼາດ ດ້ວຍ CloudWAN ທີ່ສະໜັບສະໜູນການກ້າວໄປສູ່ລະບົບຊານສະຫຼາດ IP.

    ທ່ານ Kevin Hu ປະທານບໍລິສັດຫົວເຫວີຍ ໄດ້ເປີດການດຳເນີນການ ໂດຍປະກາດວ່າ ຕອນນີ້ເຄືອຂ່າຍ IP ທີ່ຊານສະຫຼາດໄດ້ກາຍມາເປັນພື້ນຖານທີ່ສໍາຄັນໃນການຫັນເປັນດີຈີຕອນອຸດສາຫະກຳ ດ້ວຍການໄຫຼວຽນຂອງຂໍ້ມູນທີ່ມີຄວາມຄ່ອງແຄ້ວ ແລະ ລຽບງ່າຍ ເຊິ່ງເຮັດໃຫ້ການເກັບກໍາຂໍ້ມູນສາມາດເຮັດວຽກໄດ້ເຕັມທີ່ຂຶ້ນ ດ້ວຍການເລັ່ງຄວາມໄວຂອງການບໍລິການລະດັບອົງກອນ ຜູ້ໃຫ້ບໍລິການຜ່ານ IP ໄດ້ປ່ຽນຈາກບໍລິການທ້ອງຖິ່ນໄປສູ່ລະບົບຄລາວ ດ້ວຍເຫດຜົນນີ້ ເຄືອຂ່າຍ IP ຈຶ່ງຕ້ອງຮັບປະກັນປະສົບການທີ່ດີ ແລະ ໃຫ້ຄວາມໜ້າເຊື່ອຖືຂອງການບໍລິການ.

    CloudCampus ແມ່ນວິວັດທະນາການຂອງເຄືອຂ່າຍວິທະຍາເຂດທີ່ສາມາດຕອບສະໜອງ ແລະ ແກ້ໄຂບັນຫາກັບຄວາມທ້າທາຍໃນໂລກແຫ່ງຄວາມເປັນຈິງຂອງອົງກອນແບບດັ່ງເດີມ ແລະ ເລັ່ງການຫັນປ່ຽນເປັນດີຈີຕອນ ຈາກເຄືອຂ່າຍໄຮ້ສາຍ ໄປສູ່ການເຊື່ອມຕໍ່ທີ່ຊານສະຫຼາດ ບໍລິສັດຫົວເຫວີຍຍັງໄດ້ນໍາສະເໜີ CloudFabric 3.0 ທີ່ຖືກອອກແບບມາເພື່ອເປັນສູນຈັດເກັບຂໍ້ມູນແບບຄົບວົງຈອນ ດ້ວຍເຕັກໂນໂລຊີ ແລະ ໃຫ້ປະໂຫຍດແກ່ລູກຄ້າ ລວມທັງສະໜັບສະໜູນວິວັດທະນາການໄລຍະຍາວ CloudWAN Solution ຂອງຫົວເຫວີຍ ເຊິ່ງອີງໃສ່ການສະໜັບສະໜູນ  ແລະ ການແບ່ງສ່ວນເຄືອຂ່າຍ  ເຮັດໃຫ້ສາມາດສ້າງເຄືອຂ່າຍ IP ເຮັດໜ້າທີ່ບໍລິການທັງໝົດ ຮັບປະກັນຂໍ້ຕົກລົງລະດັບການບໍລິການ ສໍາລັບການບໍລິການທີ່ແຕກຕ່າງກັນ ໂດຍຜ່ານການຮ່ວມມືກັນຢ່າງສະໜິດແໜ້ນ ຫົວເຫວີຍ ແລະ ຄູ່ຮ່ວມງານຈະສືບຕໍ່ສະໜອງການແກ້ໄຂບັນຫາເຄືອຂ່າຍ IP ທີ່ຊານສະຫຼາດຫຼາຍຂຶ້ນສຳລັບອົງກອນຕ່າງໆ ເພື່ອຊຸກຍູ້ໃຫ້ປະສົບຜົນສຳເລັດໃນຍຸກດີຈີຕອນ..

​                           # ຂ່າວ & ພາບ: ສະບາໄພ

error: Content is protected !!