ປະທານປະເທດ ອວຍພອນປີໃໝ່ລາວ ພສ 2564

    ວັນທີ 7 ເມສາ 2021 ທີ່ທຳນຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ອ່ານສານອວຍພອນປີໃໝ່ລາວວ່າ: ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີຊວດ ພສ 2563 ແລະ ຕ້ອນຮັບປີໃໝ່ ປີສະຫຼູ ພສ 2564 ຂ້າພະເຈົ້າຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້ ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດ ປະຕິບັດໜ້າທີ່ ແລະ ທໍາມາຫາກິນຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານຈົ່ງປາສະຈາກໂລກໄພໄຂ້ເຈັບ ປອດໄພຈາກພະຍາດໂຄວິດ-19 ມີພະລານາໄມສົມບູນ ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.

    ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນີ້ ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນສະເໝີມາ.

     ເຫດການທີ່ພົ້ນເດັ່ນກວ່າໝູ່ ແມ່ນທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນເຮົາ ໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈາກນັ້ນ ປວງຊົນລາວທັງຊາດ ທີ່ມີສິດຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ພ້ອມພຽງຮຽງໜ້າກັນອອກມາໃຊ້ສິດຂອງຕົນໃນການປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ເຊິ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວ ໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຢ່າງເຕັມສ່ວນ ຕໍ່ຈາກນັ້ນ ສະພາແຫ່ງຊາດກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລຶກຂອງຕົນ ແລະ ໄດ້ສຳເລັດລົງຢ່າງຈົບງາມ ແລະ ໄດ້ມີການຕົກລົງຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງຊາດເຮົາ.

     ເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດເຮົາ ໃນການຍົກລະດັບສະຕິຕື່ນຕົວທາງການເມືອງ ນໍ້າໃຈຮັກຊາດ ແລະ ນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ. 

      ເຖິງວ່າປີຜ່ານມາ ປະເທດເຮົາຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ກະທົບເຂົ້າໃສ່ປະເທດເຮົາກໍຕາມ ແຕ່ພາຍໃຕ້ການນໍາຂອງພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວໃນທົ່ວປະເທດພວກເຮົາ ມີຄວາມພາກພູມໃຈທີ່ເຫັນວ່າ ສປປ ລາວ ສາມາດປະຕິບັດຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມທີ່ວາງໄວ້ ດ້ວຍຜົນສໍາເລັດທີ່ສໍາຄັນຈໍານວນບໍ່ໜ້ອຍ ເປັນຕົ້ນປະເທດເຮົາສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ ເສດຖະກິດມີການຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ.

   ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ ປະຊາຊົນລາວມີຄວາມສາມັກຄີປອງດອງ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫຼາຍ ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

       ນະໂອກາດອັນເລີກງາມຍາມດີ ແລະ ເປັນສີລິມົງຄຸນນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ລັດຖະບານ ແລະ ໃນນາມສ່ວນຕົວ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງສະມາຊິກພັກ ພະນັກງານ ທະຫານ ຕໍາຫຼວດ ແພດໝໍ ແລະ ຄູອາຈານ ນັກທຸລະກິດ ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງຮ່ວມຊາດທຸກຖ້ວນໜ້າ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ລວມທັງບັນດາປະເທດເພື່ອນມິດ ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດເຮົາໃນແຕ່ລະດ້ານຢ່າງຕັ້ງໜ້າ ໂດຍສະເພາະ ໃນສະໜາມຮົບຕໍ່ສູ້ອັນດຸເດືອດຂອງການປ້ອງກັນ  ສະກັດກັ້ນ ຕ້ານ ແລະ ແກ້ໄຂພະຍາດໂຄວິດ-19 ຈົນເຮັດໃຫ້ປະເທດເຮົາມີຜູ້ຕິດເຊື້ອສະສົມຈຳນວນຈຳກັດ ແລະ ບໍ່ທັນມີຜູ້ເສຍຊີວິດ.

      ປີສະຫຼູ ພ.ສ 2564 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ເຮົາ ເຊິ່ງພວກເຮົາຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນຂອງພັກ ແລະ ຂອງຊາດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເພື່ອກ້າວໄປສູ່ບາດກ້າວຕໍ່ໄປທີ່ໜັກແໜ້ນ ພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແຕ່ນີ້ ເຖິງປີ 2030.

    ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ປະຊາຊົນລາວໃນທົ່ວປະເທດຕ້ອງໄດ້ພ້ອມກັບພັກ ແລະ ລັດເຮົາ ຮ່ວມແຮງຮ່ວມໃຈກັນອອກແຮງສູ້ຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດໃຫ້ປາກົດຜົນເປັນຈິງ ສ້າງວິຖີຊີວິດແບບໃໝ່ ສ້າງການຫັນປ່ຽນໃໝ່ໃນການທຳມາຫາກິນ  ການດຳລົງຊີວິດທີ່ກ້າວໜ້າທັນສະໄໝຂຶ້ນ ຈຳກັດປັດເປົ່າສິ່ງຫຍໍ້ທໍ້ໃນສັງຄົມເຮົາ ໃຫ້ກາຍເປັນສັງຄົມທີ່ປອດໃສ ສະອາດ ຈົບງາມ ເປັນສັງຄົມທີ່ໂອບເອື້ອອາລີ ຍຸຕິທຳ ແລະ ສີວິໄລ ຕາມມູນເຊື້ອອັນດີງາມຂອງຊາດ ທັງໃຫ້ມີຫົວຄິດປະດິດສ້າງ ແລະ ກ້າວໜ້າທັນຍຸກທັນເຫດການ.

        ກ້າວເຂົ້າສູ່ປີໃໝ່ ປີສະຫຼູ ພ.ສ 2564 ນີ້ ຂໍຖືໂອກາດທີ່ເປັນມົງຄຸນ ແລະ ລຶກງາມຍາມດີ ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ ຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການທີ່ຈະເກີດຂຶ້ນໃນປີຈະມາເຖິງນີ້ ພ້ອມພາກັນສ້າງສາພັດທະນາປະເທດເຮົາໃຫ້ກ້າວໜ້າຈະເລີນຂຶ້ນໄປບໍ່ຢຸດຢັ້ງ. 

     ພ້ອມກັນນີ້ ກໍຂໍຝາກຄວາມຄິດເຖິງພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ  ຈົ່ງພ້ອມກັນອ່ວາຍໜ້າມາຫາປະເທດທີ່ເປັນບ້ານເກີດຂອງເຊື້ອເຜົ່າພົງພັນຂອງຕົນ ເພື່ອຮ່ວມກັບປະຊາຊົນພາຍໃນຊາດ ສ້າງສາ ແລະ ພັດທະນາປະເທດຊາດອັນແສນຮັກຂອງພວກເຮົາ ໃຫ້ມັ່ງຄັ່ງ ເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນໄປ.

        ໃນໂອກາດນີ້ ຂໍອວຍພອນໃຫ້ຊາວຕ່າງປະເທດ ແລະ ຊາວຕ່າງດ້າວທີ່ກຳລັງດຳລົງຊີວິດຢູ່ ສປປ ລາວ ຈົ່ງມີຄວາມສຸກ ຄວາມຈະເລີນຕະຫຼອດປີໃໝ່ ຂໍອວຍພອນໃຫ້ປີສະຫຼູ ພ.ສ 2564 ຈົ່ງເປັນປີທີ່ນຳເອົາຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດ.

                # ຂ່າວ & ພາບ:  ລັດເວລາ

error: Content is protected !!