ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດພິທີປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ໃນວັນທີ 9 ເມສາ 2021 ທີ່ກະຊວງ ຍທຂ ເປັນກຽດປາຖະກະຖາໂດຍທ່ານ ພົນຕີ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ມີຫົວໜ້າກົມ ຮອງກົມ ແລະ ພະນັກງານ-ລັກຖະກອນອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ພົນຕີ ບົວວັນ ວົງສາວັນທອງ ໄດ້ຍົກໃຫ້ເຫັນວ່າ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ເຊິ່ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ນໍາພາເດັດຂາດ ໂດຍກົງຮອບດ້ານ ເປັນກໍາລັງທີ່ມາຈາກປະຊາຊົນ ແລະ ເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ່ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວລາໃດກໍມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ ມີນໍ້າໃຈເສຍສະຫຼະເດັດດ່ຽວບໍ່ຍອມຈໍານົນ ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີເປັນປືກແຜ່ນ ນັບແຕ່ມື້ກໍາເນີດເກີດຂຶ້ນ ກໍາລັງປ້ອງກັນຄວາມສະຫງົບ ທັງມີມູນເຊື້ອຕໍ່ສູ້ ທັງປັບປຸງກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມສັ່ງສອນຈາກພັກປະຊາຊົນປະຕິວັດລາວ ແລະ ການອຸ້ມຊູຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ກໍາລັງປ້ອງກັນຄວາມສະຫງົບ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່ ສ້າງໄດ້ມູນເຊື້ອອັນສະຫງ່າງາມ.


ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກຳລັງ ປກສ ກໍຍັງສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ ເປັນຕົ້ນແມ່ນເປັນເຈົ້າການຮຽນຮູ້ ກຳແໜ້ນສະພາບກົນອຸບາຍຂອງສັດຕູ ມີວິທີການ ແລະ ມາດຕະການອັນເດັດຂາດ ໃນການແກ້ໄຂບັນດາປັດໄຈ ໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບ ວຸ່ນວາຍ ເລີກຮື້ກຳລັງໃຕ້ດິນ ນັກສອດແນມ ພວກກອງປຸ້ນ ແກ້ໄຂນັກເລງອັນຕະພານຕ່າງໆ ແລະ ເປັນກຳລັງຫຼັກແຫຼ່ງໃນການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ດ້ວຍຜົນ ແລະ ຄຸນງາມຄວາມດີຂອງກຳລັງ ປກສ ພັກ-ລັດຖະບານ ແລະ ປະຊາຊົນຈຶ່ງໄດ້ຍ້ອງຍໍສັນລະເສີນຢ່າງສົມກຽດ ແລະ ມອບນາມມະຍົດໃຫ້ກຳລັງ ປກສ ວ່າ ກຳລັງປະກອບອາວຸດທີ່ໜັກແໜ້ນ ແຫຼມຄົມ ແລະ ໄວ້ເນື້ອເຊື່ອໃຈທີ່ສຸດຂອງພັກ ຈົງຮັກພັກດີຕໍ່ພັກ ຕໍ່ປະຊາຊົນບັນດາເຜົ່າ ສົມແລ້ວທີ່ເປັນກຳລັງປະກອບອາວຸດວິລະຊົນ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ