ມອບ-ຮັບໜ້າທີ່ປະທານຄະນະກຳມະການ ສປ ນວ

    ພິທີມອບ-ຮັບໜ້າທີ່ລະຫວ່າງບັນດາປະທານ ຄະນະກຳມະການສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ແລະ ເລຂາທິການ ສປ ນວ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 9 ເມສາ 2021 ທີ່ສຳນັກງານອົງການປົກຄອງ ນວ ເປັນກຽດເຂົ້າຮ່ວມຂອງທ່ານ  ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ  ພ້ອມດ້ວຍຄະນະປະທານ ສປ ນວ ແລະ ພາກສ່ວນກ່ຽວຂ້ອງ.

    ທ່ານ ວິລະພົງ ອິນທິລາດ ຮອງຫົວໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານຂໍ້ຕົກລົງຂອງປະທານ ສປ ນວ ຊຸດທີ II ວ່າດ້ວຍການແຕ່ງຕັ້ງບັນດາປະທານ ຄະນະກຳມະການ ແລະ ເລຂາທິການ ສປ ນວ ເຊິ່ງປະທານ ສປ ນວ ຕົກລົງເຫັນດີແຕ່ງຕັ້ງທ່ານ ນາງ ເກດມະນີ ບັນດາສັກ ກຳມະການຄະນະປະຈຳ ເປັນປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ທ່ານ ສົມບັດ ຈັນທະມາດ ກຳມະການຄະນະປະຈຳ ເປັນປະທານຄະນະກຳມະການ ເສດຖະກິດ ແຜນການ ແລະ ການເງິນ (ຄສຜງ) ຜູ້ໃໝ່ ປ່ຽນທ່ານ ຈັນທອນ ລັດຖະຈັກ ປະທານ ຄສຜງ ຜູ້ເກົ່າ ທີ່ອອກພັກການຮັບອຸດໜູນບຳນານ ແຕ່ງຕັ້ງທ່ານ ນາງ ສົມພຽນ ວົງໄຊ ກຳມະການຄະນະປະຈຳ ເປັນປະທານ ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ຄຍປປ) ຜູ້ໃໝ່ ປ່ຽນທ່ານ ພັນໂທ  ຈັນທະລາ ອຸດົມສຸກ ປະທານ ຄຍປປ ຜູ້ເກົ່າ ທີ່ໂຍກຍ້າຍໄປປະຕິບັດໜ້າທີ່ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ນວ ແລະ ແຕ່ງຕັ້ງທ່ານ ນະຄະເສນ ສີຫາລາດ ກຳມະການຄະນະປະຈຳ ເປັນເລຂາທິການ ສປ ນວ ຜູ້ໃໝ່ ປ່ຽນທ່ານ ສາລະພິດ ສູນວໍລະວົງ ເລຂາທິການສະພາປະຊາຊົນ ນວ ຜູ້ເກົ່າ ທີ່ຍ້າຍໄປປະຕິບັດໜ້າທີ່ໃໝ່ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ.

     ໂອກາດນີ້  ທ່ານ ອານຸພາບ ຕຸນາລົມ  ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜູ້ຖືກແຕ່ງຕັ້ງໃຫ້ມາຮັບໜ້າທີ່ໃໝ່ອັນມີກຽດດັ່ງກ່າວ ພ້ອມທັງຊົມເຊີຍຜົນງານຂອງບັນດາຄະນະກຳມະການ ສປ ນວ ຊຸດທີ 1 ຜ່ານມາ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໜ້າທີ່ເປັນເສນາທິການໃຫ້ ສປ ນວ ຊຸດທີ 1 ເຄື່ອນໄຫວຕິດຕາມວຽກງານແຕ່ລະດ້ານຈົນມີຜົນສຳເລັດເປັນກ້າວໆ ພ້ອມນັ້ນ ທ່ານຍັງຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມຜ່ານມາ ໂດຍສະເພາະ ການສືບຕໍ່ພາລະກິດປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາບັນດາເຜົ່າໃຫ້ສູງຂຶ້ນ  ຕ້ອງເປັນເຈົ້າການຊອກຮູ້ ຮໍ່າຮຽນ ເກັບກໍາຂໍ້ມູນບັນຫາສັງຄົມໃນສະພາບເງື່ອນໄຂໃໝ່ ເພື່ອນໍາເອົາບັນຫາ ແລະ ຂໍ້ມູນແຕ່ລະດ້ານມາພິຈາລະນາສະເໜີການແກ້ໄຂຢ່າງຖືກຕ້ອງ ເພື່ອປະກອບສ່ວນເຂົ້າໃນການປະຕິບັດແຜນພັດເສດຖະກິດ-ສັງຄົມຂອງລັດຖະບານໃຫ້ມີຜົນສຳເລັດເທື່ອລະກ້າວ.

​                              # ຂ່າວ & ພາບ:  ລັດເວລາ

error: Content is protected !!