ເປີດນໍາໃຊ້ລະບົບການຮັບຊໍາລະອອນລາຍຜ່ານເວັບໄຊ

    ພິທີເປີດນໍາໃຊ້ລະບົບການຮັບຊໍາລະອອນລາຍຜ່ານເວັບໄຊ ແລະ ສະຫຼອງໜັງສືພິມວຽງຈັນທາມ ຄົບຮອບ 27 ປີ ຈັດຂຶ້ນວັນທີ 9 ເມສາ 2021 ທີ່ສໍານັກງານດັ່ງກ່າວ ມີທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ທ່ານ ນັນທະລາດ ແກ້ວປະເສິດ ຮອງຜູ້ອໍານວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈໍາກັດ ພ້ອມດ້ວຍຫົວໜ້າກົມ ຮອງກົມ ຫົວໜ້າສະຖາບັນຈາກກະຊວງອ້ອຍມ້າງສູນກາງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ທອງຫຼໍ່ ດວງສະຫວັດ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ ກ່າວວ່າ: ທີມງານໄອທີຂອງໜັງສືພິມ (ວັນສຸຂີ ແລະ ວັນພະຈັນ) ໄດ້ຮ່ວມກັນພັດທະນາແບບຟອມການຈອງອ່ານໜັງສືພິມ ອ່ານຂ່າວອອນລາຍ ການໂຄສະນາເວັບໄຊ ແລະ ການຮັບຊໍາລະຄ່າບໍລິການຕ່າງໆຈາກລູກຄ້າໃນທ້າຍປີ 2020 ໂດຍໄດ້ຮັບການຮ່ວມມືດ້ານເຕັກນິກຈາກທ່ານ ສົມສັກ ຈ່າງດາບຸດ ຜູ້ຈັດການພະແນກຊັອຟແວຣ໌ ບໍລິສັດ ດາຕາຄອມ ແລະ ທີມໄອທີຈາກທະນາຄານການຄ້າຕ່າງປະເທດລາວ ເພື່ອໄປເຊື່ອມຕໍ່ໃສ່ລະບົບດັ່ງກ່າວທີ່ມີສອງຮູບແບບຄື:ຊໍາລະດ້ວຍບັດເຄຣດິດ-ເດບິດ ແລະ ດ້ວຍການສະແກນຄິວອາໂຄດ ດ້ວຍບັດ ມີ BCEL China Unionpay VISA MasterCard JCB American Express ແລະ ບັດ China Unionpay ດ້ວຍສະແກນຄິວອາໂຄດ ລວມມີ BCEL onepay Unionpay Wechat pay ແລະ ຜ່ານ Alipay ເຊິ່ງທັງສອງແບບນີ້ ຄົນລາວ ຄົນຕ່າງປະເທດຢູ່ລາວ ແລະ ຢູ່ຕ່າງປະເທດ ກໍສາມາດຈ່າຍຊໍາລະສະສາງຕ່າງໆໄດ້ທຸກເວລາ ແລະ ທຸກສະຖານທີ່ດ້ວຍຄວາມສະດວກ ສະບາຍ ແລະ ວ່ອງໄວ ພຽງແຕ່ເຂົ້າເວັບໄຊວຽງຈັນທາມ ກໍຂຽນໃສ່ຟອມທີ່ມີໄວ້ໃຫ້ ແລະ ສັ່ງຈ່າຍຕາມຈໍານວນທີ່ຕ້ອງການ ລະບົບດັ່ງກ່າວໄດ້ທົດລອງນໍາໃຊ້ໃນເດືອນກຸມພາ 2021 ແລະ ມີຫຼາຍຄົນໄດ້ສັ່ງຈອງອ່ານໜັງສືພິມອອນລາຍໂດຍຈ່າຍຜ່ານລະບົບດັ່ງກ່າວ ບາງຄົນໃຊ້ບັດວິຊາ ບາງຄົນໃຊ້ບັດມາສເຕີຄາດ ແລະ onepay ໃນນີ້ ມີຜູ້ຈອງມາຈາກປະເທດປອກຕຸຍການ.

.

​                              # ຂ່າວ & ພາບ:  ຂັນທະວີ

error: Content is protected !!