ພິທີເຊັນສັນຍາການສະໜອງທໍ່ ແລະ ອຸປະກອນສໍາລັບໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂະພິບານ ເມືອງວຽງຄໍາ ແຂວງຫຼວງພະບາງ ແລະ ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ແຂວງ ສະຫວັນນະເຂດ ລະຫວ່າງບໍລິສັດ ສະເປັກໄອລາວ ຈໍາກັດ ຜູ້ດຽວ ແລະ ບໍລິສັດ ຈະເລີນໄຊ ກໍ່ສ້າງສ້ອມແປງຊົນລະປະທານ-ຂົວທາງ ແລະ ເຄຫະສະຖານ ຈໍາກັດ ຜູ້ດຽວ ແລະ ບໍລິສັດທໍ່ນໍ້າລາວ ອຸດສາຫະກໍາເຕັກໂນໂລຊີ ຈໍາກັດ ຜູ້ດຽວ ໄດ້ຈັດຂຶ້ນວັນທີ 8 ເມສາ 2021 ທີ່ບໍລິສັດ ທໍ່ນໍ້າລາວອຸດສາຫະກໍາເຕັກໂນໂລຊີ ຈໍາກັດຜູ້ດຽວ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານນາງ ພູຄໍາ ວົງວິຈິດ ປະທານບໍລິສັດ ສະເປັກໄອລາວ ຈໍາກັດ ຜູ້ດຽວ ທ່ານ ເພັດຄໍາ ຕົ່ງວົງຄໍາ ຕາງໜ້າຈາກບໍລິສັດ ຈະເລີນໄຊ ກໍ່ສ້າງສ້ອມແປງຊົນລະ ປະທານ-ຂົວທາງ ແລະ ເຄຫາສະຖານ ຈໍາກັດ ຜູ້ດຽວ ແລະ ທ່ານ ບຸນ ຫຼົງ ປະທານບໍລິສັດທໍ່ນໍ້າລາວ ອຸດສາຫະກໍາເຕັກໂນໂລຊີ ຈໍາກັດ ຜູ້ດຽວ ມີທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ສຸຈິນດາ ແສງເພັດ ຮອງປະທານບໍລິສັດ ທໍ່ນໍ້າລາວ ອຸດສາຫະກໍາ ເຕັກໂນໂລຊີ ຈໍາກັດ ຜູ້ດຽວໃຫ້ຮູ້ວ່າ: ບໍລິສັດ ທໍ່ນໍ້າລາວ ອຸດສາຫະກໍາ ແລະ ເຕັກໂນໂລຊີ ຈໍາກັດຜູ້ດຽວ ເປັນຜູ້ຜະລິດ ແລະ ຈໍາໜ່າຍຜະລິດຕະພັນທໍ່ນໍ້າລາວ (LAO PIPE) ແລະ ທໍ່ກາດີດີ (DD PIPE) ເປັນບໍລິສັດຖືຮຸ້ນຂອງຄົນລາວ 100% ເຊິ່ງໄດ້ສ້າງຂຶ້ນໃນປີ 2006 ມາເຖິງປັດຈຸບັນແມ່ນໄດ້ 15 ປີ ມີພະນັກງານ 60 ຄົນ ແລະ ມີກໍາມະກອນຮັບຈ້າງລາຍວັນ 140 ຄົນ ປະກອບເຂົ້າໃນເຄື່ອງຈັກການຜະລິດທໍ່ PVC UPVC HDPE PPR ອຸປະກອນຂໍ້ຕໍ່ ຖັງເກັບນໍ້າ ບໍາບັດນໍ້າເປື້ອນຫຼາຍກວ່າ 30 ເຄື່ອງ ສາມາດຜະລິດສິນຄ້າຫຼາຍກວ່າ 7.000 ໂຕຕໍ່ປີ ທີ່ຈໍາໜ່າຍ ແລະ ຈັດສົ່ງສິນຄ້າທົ່ວປະເທດຫຼາຍກວ່າ 5000 ຮ້ານ ພ້ອມນັ້ນ ຍັງໄດ້ສະໜອງທໍ່ ແລະ ອຸປະກອນໃຫ້ແກ່ໂຄງການນໍ້າປະປາທົ່ວປະເທດ ແລະ ໂຄງການນໍ້າສະອາດຫຼາຍກວ່າ 100 ແຫ່ງ ໂດຍໄດ້ຊະນະການປະມູນຈາກທຶນຂອງອົງການອຸຍນິເຊັບ ໂຄງການ ເກຣດ ແລະ ໂຄງການ Charity:water ນອກນີ້ ບໍລິສັດຍັງໄດ້ລົງທຶນ ແລະ ກໍ່ສ້າງຂະຫຍາຍລະບົບນໍ້າປະປາ ກຸ່ມບ້ານເມືອງຂາຍ ແຂວງຫຼວງພະບາງ ແລະ ໂຄງການຂະຫຍາຍນໍ້າປະປາພື້ນທີ່ ບ້ານທົ່ງກາບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍທຶນສົມທົບຈາກໂຄງການອິດມິດເວດ.

ສໍາລັບຜະລິດຕະພັນບໍລິສັດຂອງພວກເຮົາ ໄດ້ຮັບມາດຕະຖານລາວ ມລ 71-2009 ໃນປີ 2013 ແລະ ໄດ້ຮັບມາດຕະຖານສາກົນ ISO 9001:2015 ໃນກາງປີ 2018.

# ຂ່າວ & ພາບ: ຂັນທະວີ