ສະຖານທູດຝຣັ່ງ ສະໜັບສະໜູນ 7 ອົງການຈັດຕັ້ງທາງສັງຄົມຂອງລາວ

    ພິທີລົງນາມສັນຍາຊ່ວຍເຫຼືອທັງໝົດ 7 ສະບັບ ພາຍໃຕ້ແຜນງານກອງທຶນສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຫຼື ເອີ້ນຫຍໍ້ວ່າ ກອງທຶນ PISCCA 7 ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ PISCCA ມີມູນຄ່າລວມທັງໝົດ 237.000€ ຫຼື ປະມານ 2.695.288.282 ກີບ ໂຄງການຈະຖືກຈັດຕັ້ງປະຕິບັດຢູ່ແຂວງຫົວພັນ ຜົ້ງສາລີ ສະຫວັນນະເຂດ ນະຄອນຫຼວງວຽງຈັນ ແລະ ຊຽງຂວາງ ນັບແຕ່ເດືອນເມສາ 2021 ເຖິງເດືອນກຸມພາ 2022 ຈັດຂຶ້ນວັນທີ 9 ເມສາ 2021 ເຮືອນພັກທູດຝຣັ່ງ ຮ່ວມລົງນາມຂອງທ່ານ ນາງ ຟລໍຣ້ອງ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມຂອງລາວ ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ນາງ ຟລໍຣ້ອງ ຊັອງບລັອງ-ຣີສແລກ ກ່າວວ່າ: ນີ້ຄືແຜນງານກອງທຶນຊ່ວຍເຫຼືອໄລຍະ 2 ສໍາລັບ 2 ປີ ໃນປີ 2020 ແຜນງານກອງທຶນ PISCCA ໄດ້ອະນຸມັດເງິນຊ່ວຍເຫຼືອໃຫ້ແກ່ 5 ໂຄງການທີ່ກໍາລັງຈັດຕັ້ງປະຕິບັດໃນປະຈຸບັນ ຖ້າລວມກັບ 7 ໂຄງໃໝ່ນີ້ ແມ່ນມີທັງໝົດ 12 ໂຄງການ ທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນ PISCCA ລວມມູນຄ່າ 400 000€ ຫຼື ປະມານ 4.550.625.711 ກີບ ໂຄງການເຫຼົ່ານີ້ ແມ່ນຈະປະກອບສ່ວນໃນເປົ້າໝາຍການພັດທະນາຂອງ ສປປ ລາວ ໂດຍສະເພາະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ດ້ອຍໂອກາດ.

​                              # ຂ່າວ & ພາບ:  ວຽງມາ

error: Content is protected !!