ໄຟຟ້າຫົງສາ ຄັດເລືອກກຸ່ມ Junior Guide ຮຸ່ນທີ່ 2 ຈາກ 3 ໂຮງຮຽນ

    ວັນທີ 8-9 ເມສາ 2021 ພະແນກປະຊາສໍາພັນ ຝ່າຍສື່ສານອົງກອນ ແລະ ກໍາມະບານຮາກຖານ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຫົງສາ ຫ້ອງການສຶກສາທິການ ແລະ ກິລາ ເມືອງຫົງສາ ຄະນະຄູ ແລະ ອາຈານຈາກໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ໂຮງຮຽນມັດທະຍົມສຶກສາສົມບູນນາປຸງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານຫານ ຈັດການຄັດເລືອກກຸ່ມ Junior Guide ຮຸ່ນທີ່ 2 ເພື່ອເຂົ້າມາເຝິກອົບຮົມເປັນຜູ້ບັນຍາຍຂໍ້ມູນຂອງໂຄງການໄຟຟ້າຫົງສາ ປະຈໍາທີ່ ອາຄານຫົງຄໍາໄຊຍາຄານ ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ.

    ສໍາລັບກຸ່ມ Junior Guide ຮຸ່ນທີ່ 1 ໄດ້ເລີ່ມປະຕິບັດງານຮ່ວມກັບໂຄງການໄຟຟ້າຫົງສາ ຕັ້ງແຕ່ປີ 2019 ເປັນຕົ້ນມາ ແລະ ໃນປີ 2021 ເປັນການຄັດເລືອກກຸ່ມ Junior Guide ຮຸ່ນທີ່ 2 ເພື່ອຈະນໍາເຂົ້າມາປະຕິບັດງານແທນນ້ອງນັກຮຽນ 6 ຄົນ ທີ່ຈະໄປສຶກສາຮໍ່າຮຽນຕໍ່ໃນລະດັບມະຫາວິທະຍາໄລໃນປີ 2021 ນີ້.

    ໂດຍຂັ້ນຕອນການຄັດເລືອກນ້ອງນັກຮຽນທີ່ມີຄວາມສົນໃຈເຂົ້າຮ່ວມສະມັກເປັນ Junior Guide ກັບທາງໂຄງການໄຟຟ້າຫົງສານີ້ ຈະໃຫ້ທາງໂຮງຮຽນເປັນຜູ້ຄັດເລືອກໂຮງຮຽນລະ 20 ຄົນ ຫຼັງຈາກນັ້ນ ຈະມີການຄັດເລືອກໃຫ້ເຫຼືອ 12 ຄົນ ຈາກໂຮງຮຽນດັ່ງກ່າວ ແລະ ຈະນໍາເອົານັກຮຽນກຸ່ມທີ່ຜ່ານການຄັດເລືອກໃນຮອບທໍາອິດ ມາເຂົ້າຮັບການເຝິກອົບຮົມຕາມໂປຣແກມທີ່ທາງບໍລິສັດຈັດຂຶ້ນ ແລະ ຈະໄດ້ມີການຄັດເລືອກໃນຮອບສຸດທ້າຍ ໂດຍພິຈາລະນາຈາກຄະນະກໍາມະການຄັດເລືອກເຖິງຄຸນສົມບັດຂອງນັກຮຽນແຕ່ລະຄົນ ຄັດໃຫ້ເຫຼືອພຽງແຕ່ 6 ຄົນ ເຊິ່ງເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະ ມີພອນສະຫວັນທີ່ເໝາະສົມກັບການເປັນ Junior Guide ຫຼື ຜູ້ບັນຍາຍຂໍ້ມູນຂອງໂຄງການໄຟຟ້າຫົງສາທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ໂຄງການໄຟຟ້າຫົງສາຕໍ່ໄປ.

.

# ຂ່າວ & ພາບ:  ວຽງມາ

error: Content is protected !!