ນະຄອນຫຼວງຈັດການແຂ່ງຂັນສີລະປະ-ວັນນະຄະດີ ນັກຮຽນສາມັນສຶກສາ

    ການແຂ່ງຂັນສີລະປະວັນນະຄະດີນັກຮຽນຊັ້ນມັດທະຍົມສຶກສາທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 9 ເມສາ 2021 ທີ່ສູນການຄ້າລາວ-ໄອເຕັກ ນວ ມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ຫົງແກ້ວ ທຳມະວົງ ຫົວໜ້າຂະແໜງພະລະ-ສິລະປະສຶກສາ ພະແນກສຶກສາທິການ ແລະ ກີລາ ນວ ແຂກຖືກເຊີນ ພ້ອມດ້ວຍພະນັກງານຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຫົງແກ້ວ ທຳມະວົງ ໄດ້ຂຶ້ນລາຍງານກ່ຽວກັບການແຂ່ງຂັນສີລະປະ-ວັນນະຄະດີນັກຮຽນຊັ້ນມັດທະຍົມ ສຶກສາ ນວ ຄັ້ງນີ້ວ່າ: ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ຮັກສີລະປະວດທະນະທຳ ຮີດຄອງ ປະເພນີລາວ ແລະ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ຫ່າງໄກສິ່ງເສບຕິດ ເປັນການຜັນຂະຫຍາຍ 5 ຫຼັກມູນຂອງການສຶກສາ.

    ພະແນກສຶກສາທິການ ແລະ ກີລາ ນວ ຮ່ວມກັບຫ້ອງການສຶກສາທິການ ແລະ ກີລາ 9 ເມືອງ ຈັດການແຂ່ງ ຂັນນີ້ຂຶ້ນ ເຊິ່ງມີນັກຮຽນເຂົ້າຮ່ວມແຂ່ງຂັນຄັ້ງນີ້ 12 ຄະນະ ຈາກ 9 ຕົວເມືອງ ແລະ 3 ໂຮງຮຽນ ຄື: ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ ໂຮງຮຽນມັດທະຍົມປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮຈີມິງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນລາວ-ຫວຽດ ສຳລັບການແຂ່ງຂັນ ປະກອບມີ ບົດຟ້ອນປະກອບເພງ 12 ລາຍການ ແລະ ຮ້ອງເພງ 12 ບົດເພງ.

​                              # ຂ່າວ & ພາບ:  ບຸນມີ

error: Content is protected !!