ມອບປຶ້ມເພື່ອຄວາມເຂົ້າໃຈກ່ຽວກັບຍີ່ປຸ່ນ ໃຫ້ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

    ພິທີມອບປຶ້ມ ໃຫ້ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນວັນທີ 8 ເມສາ 2021 ຢູ່ຄະນະດັ່ງກ່າວ ເຊິ່ງມອບໂດຍທ່ານ ເຄອິຈິ ອິວາໂມໂຕະ ອຸປະທູດສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ດຣ ພູເພັດ ກ້ຽວພິລາວົງ ຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມີທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີມະຫາວິທະຍາ ໄລແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການໄຈກາ (JICA) ປະຈຳ ສປປ ລາວ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

    ປື້ມອ່ານເປັນພາສາອັງກິດ 66 ຫົວ ໄດ້ຮັບການບໍລິຈາກຜ່ານ READ JAPAN PROJECT ໂດຍ ມູນລະນິທິຍີ່ປຸ່ນ (Nippon Foundation) ເຊິ່ງປື້ມອ່ານເຫຼົ່ານັ້ນ ສະໜອງພາບປະກອບໂດຍລວມທີ່ມີເນື້ອຫາຄົບຖ້ວນ ແລະ ຖືກຕ້ອງກ່ຽວກັບປະສົບການການພັດທະນາຂອງຍີ່ປຸ່ນ ແລະ ການຫັນເປັນທັນສະໄໝ ໃນຂົງເຂດການເມືອງ ເສດຖະກິດ ການບໍລິຫານພາກລັດ ກົດໝາຍ ແລະ ອື່ນໆ READ JAPAN PROJECT ມອບປື້ມອ່ານທີ່ໂດດເດັ່ນກ່ຽວກັບການສຶກສາຄົ້ນຄວ້າຂອງຍີ່ປຸ່ນ ໃຫ້ນັກຄົ້ນຄວ້າ ແລະ ຜູ້ນຳໃນການໃຫ້ຄຳຄິດເຫັນໃນທົ່ວໂລກ ໂຄງການນີ້ໄດ້ນໍາສະເໜີໃນປີ 2008 ແລະ ໄດ້ມີການແຈກຢາຍປຶ້ມໃຫ້ສະຖາບັນ 1.011 ແຫ່ງ ໃນ 136 ປະເທດ ຈົນເຖິງປັດຈຸບັນ.     ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສ້າງຕັ້ງປີ 1996 ແລະ ໄດ້ຮັບການສະໜັບສະໜູນ ຈາກອົງການ JICA ແຕ່ປີ 2000 ນັບແຕ່ນັ້ນມາການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ອົງການ JICA ກໍໄດ້ສືບຕໍ່ຂະຫຍາຍໄປສູ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ຄູ-ອາຈານ ແລະ ນັກສຶກສາຫຼາຍທ່ານຢູ່ມະຫາວິທະຍາໄລແຫ່ງຊາດ ຄາດວ່າຈະກາຍເປັນຜູ້ນຳໃນການໃຫ້ຄວາມຄິດເຫັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃນອະນາຄົດ ອົງການ JICA ໃຫ້ການສະໜັບສະໜູນເຂົາເຈົ້າໃນການຄົ້ນຄວ້າສຶກສາການພັດທະນາຂອງຍີ່ປຸ່ນໂດຍຜ່ານຫຼາຍໂຄງການ ພາຍໃຕ້ການຮ່ວມມືກັບຄູ່ຮ່ວມງານຕ່າງໆ.

error: Content is protected !!