ມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຄົນໃໝ່

    ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ກິແກ້ວ ໄຂຄຳພິທູນ ເລຂາຄະນະພັກ ລັດຖະມົນຕີກະຊວງຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ຜູ້ເກົ່າ ແລະ ທ່ານນາງ ສວນສະຫວັນ ວິຍະເກດ ເລຂາຄະນະພັກ ລັດຖະມົນຕີກະຊວງ ຖວທ ຜູ້ໃໝ່ ຈັດຂຶ້ນວັນທີ 7 ເມສາ 2021 ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ມີທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ຄະນະນຳກະຊວງ ​ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ໃນພິທີ ທ່ານນາງ ບຸດສະດີ ທະນະເມືອງ ກໍາມະການ​ສູນ​ກາງ​ພັກ ຕາງໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້ຂຶ້ນຜ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກກະຊວງ ຖວທ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງ ຖວທ ​ໂດຍ​ໄດ້​ໂຍກຍ້າຍ​ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລຂາ​ຄະນະ​ພັກ ລັດຖະມົນຕີ​ກະຊວງ ຖວທ ​ໄປ​ຮັບ​ໜ້າ​ທີ່​ໃໝ່​ເປັນ​ຮອງ​ນາຍົກລັດຖະມົນຕີ ​ແລະ ໂຍກຍ້າຍ​ທ່ານ​ນາງ ສວນ​ສະ​ຫວັນ ວິ​ຍະ​ເກດ ກຳມະການ​ສູນ​ກາງ​ພັກ ​ເລຂາທິການ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII ມາ​ຮັບ​ໜ້າ​ທີ່​ໃໝ່​ເປັນ​ເລຂາ​ຄະນະ​ພັກ ລັດຖະມົນຕີ​ກະຊວງ ຖວທ.

   ໂອກາດນີ້ ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ທ່ານລັດຖະມົນຕີຜູ້ໃໝ່ ກໍ​ຄື​ພະ​ນັກ​ງາ​ນຫຼັກ​ແຫຼ່ງ​ທົ່ວ​​ກະ​ຊວງ​ ຖວທ ໃຫ້​ເອົາ­ໃຈໃສ່​ບາງ​ບັນ­ຫາ​ດັ່ງ­ນີ້: ໃຫ້​ບັນ­ດາ​ການ​ນຳ​ທຸກ​ຂັ້ນ ຕ້ອງ​ເປັນ​ເອ­ກະ​ພາບ​​ສູງນຳ​ຂັ້ນ​ເທິງ ແລະ ປະ​ຕິ​ບັດ​ຕາມ​ໃຫ້​ຖືກບົນ​ພື້ນ­ຖານນັ້ນ​​ເປັນ​ເຈົ້າ​ການ​ເຮັດ​ວຽກ​ງານສຶກ­ສາ​ອົບ­ຮົມ​ນຳ­ພາ​ແນວ​ຄິດ​ຂອງ​ສະມາ​ຊິກ​ພັກ ​ພະ​ນັກ​ງານຫຼັກ​ແຫຼ່ງ ​ແລະ ພະນັກງານ-ລັດຖະກອນທົ່ວ​ກະ​ຊວງ​ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າໃຈ​ຖືກ ແລະ ຮັບ​ຮູ້​ຢ່າງ​ທົ່ວ​ເຖິງກ່ຽວ​ກັບ​ປ່ຽ​ນ​ແປງ​ດັ່ງ­ກ່າວ ​ຕ້ອງ​ເດັດ​ດ່ຽວ​ສະ​ກັດ​ກັ້ນບໍ່​ໃຫ້​ມີ​ການ​ສວຍ­ໂອ­ກາດ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີທັບ​ຖົມໂຈມ​ຕີ​ກັນໃນ​ທາງ​ບໍ່​ດີ ອັນ​ໃດເປັນ​ຜົນສຳເລັດທີ່​ພ້ອມ​ກັນຍາດ​ມາ​ໄດ້ໃນ​ການ​ນຳ­ພາຈັດ​ຕັ້ງ​ປະ­ຕິ­ບັດ​ຜ່ານ​ມາ ກໍ​ໃຫ້​ຍ້ອງ​ຍໍ ​ພ້ອມ​ກັນ​ປົກປັກ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ໃຫ້​ດີ​ຂຶ້ນເລື້ອຍໆ ອັນ​ໃດ​ຍັງ​ອ່ອນ ແລະ ຄົງ​ຄ້າງ​ຕ້ອງ ​ພ້ອມ​ກັນເດັດ​ດ່ຽວດັດ­ແປງແກ້​ໄຂໃຫ້​ຕົກ​ໄປ ເພື່ອ​ພ້ອມ​ກັນ​ສືບ­ຕໍ່ນຳ­ພາ​ພະ­ນັກ­ງານ ແລະ ​ສະ­ມາ­ຊິກ​ພັກ​ໃນ​ຄວາມ​ຮັບ​ຜິດ​ຊອບຂອງ​ກະ​ຊວງ ​ຕັ້ງ­ໜ້າ​ແຂ່ງ­ຂັນ​ກັນສ້າງ​ຂະ­ບວນ​ການ​ດ້ານ​ຕ່າງໆ ​ກໍ່ໃຫ້​ເກີດ​ມີ​ການຫັນ­ປ່ຽນ​ຢ່າງ​ແຂງ­ແຮງ ເລິກ​ເຊິ່ງ ແລະ ຮອບ​ດ້ານ  ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ V ຂອ​ງ​ອົງ​ຄະ​ນະ​ພັກ​ກະ​ຊວງ ຖວທ ​ໃຫ້​ປາ​ກົດ​ຜົນ​ເປັນ​ຈີງ ເອົາ­ໃຈໃສ່ເປັນ​ເຈົ້າ​ການ​ ແລະ ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ກ່ຽວ​ຂ້ອງ ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃນ ແລະ ພາຍນອກ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ ຖວທ ສືບ​ຕໍ່​ເອົາ​ໃຈ​ໃສ່ໃສ່​ຕ້ານ ແລະ ສະ­ກັດ​ກັ້ນທຸກ​ກົນ­ອຸ­ບາຍ ເລ່​ຫຼ່ຽມ ແລະ ຖ້ອຍ​ທຳ­ນອງໃສ່ຮ້າຍ​ປ້າຍ​ສີ ປ່ັນ​ປ່ວນ ແບ່ງ​ແຍກ​ພາຍ​ໃນ​ຄະ­ນະ​ນຳ ກໍ​ຄື​ພາຍ​ໃນ​ຄະ­ນະ​ພັກ ຂອງ​ພວກ​ສັດ­ຕູ ແລະ ກຸ່ມ​ຄົນ​ບໍ່​ດີທີ່​ຫວັງ​ມ້າງ­ເພ​ທຳ­ລາຍພວກ​ເຮົາ​ຕະ­ຫຼອດ​ເວ​ລາ ສືບ­ຕໍ່​ປົກ​ປັກ​ຮັກ­ສາ​ມູນ­ເຊື້ອ​ອັນ​ດີ­ງາມ ​ໂດຍ​ສະ­ເພາະ​​ມູນ​ເຊື້ອຄວາມ​ສາ­ມັກ­ຄີ​​ເປັນ​ເອ​ກະ​ພາບ​ລະ​ດັບ​ສູງພາຍ​ໃນ​ຄະ­ນະ​ພັກ​-​ຄະ­ນະ​ນຳ ໃຫ້ສືບ­ຕໍ່​ເປັນ​ຫຼັກ​ເປັນ​ແຫຼ່ງ ເປັນ​ຄັນ​ທຸງ ແລະ ເປັນ​ແກນ​ນຳໃນ​ການ​ເຕົ້າໂຮມ​ຄວາມ​ສາ­ມັກ­ຄີໃນ​ຖັນ​ແຖວ​ພະ­ນັກ­ງານ ສະ­ມາ­ຊິກ​ພັກ ພ້ອມ​ນັ້ນ ​ທຸກ​ຄົນ​ຕ້ອງ​ໄດ້​ຊ່ວຍ ແລະ ໃຫ້­ການ​ຮ່ວມ​ມືສະ​ໜັບ​ສະ​ໜູນທ່ານນາງ ສວນ​ສະ​ຫວັນ ວິ​ຍະເກດ ທີ່​ຈະ​ເປັນ​ໃຈ​ກາງ​ນຳ​ພາ-ຊີ້​ນຳຮັບ​ຜິດ​ຊອບ​ຕໍ່​ໜ້າ​ທີ່​ການ​ເມືອງ​ອັນ​ສູງ​ສົ່ງ ໃນ​ນາມ​ເປັນ​ເລ​ຂາ​ຄະ​ນະ​ພັກກະ​ຊວງ ກໍ​ຄືລັດ​ຖະ​ມົນ​ຕີ​​ກະຊວງ ຖວທ ຜູ້​ໃໝ່​ ສິ່ງ​ສຳ­ຄັນ ​​ຕ້ອງ​ເອົາ­ໃຈ­ໃສ່​ປັບ​ປຸງ ແລະ ປະ​ຕິ​ບັດ​ລະບອບແບບ­ແຜນວິ­ທີ​ເຮັດ​ວຽກ​ທີ່​ມີ​ວິ​ທະ​ຍາ​ສາດ ປະ​ຕິ​ບັດລະບອບ​ປະຊຸມ​ປືກ​ສາ​ຫາລືສ່ອງ​ແສງ​ລາຍ​ງານພາຍ​ຄະ­ນະ​ພັກ​-​ຄະ­ນະ​ນຳເປັນ​ປົກ​ກະ​ຕິ ເພື່ອ​ສືບ­ຕໍ່​ນຳ­ພາພະ­ນັກ­ງານສະມາ­ຊິກ​ພັກ ຈັດ​ຕັ້ງ​ປະ­ຕິ­ບັດໜ້າ​ທີ່​ວຽກ​ງານ​ໃນ​ຂົງ​ເຂດ​ສື່ມວນ​ຊົນ ວຽກ​ງານ​ວັດ​ທະ​ນະ​ທຳ ແລະ ວຽກ​ງານ​ທ່ອງ​ທ່ຽວໃຫ້ນັບ​ມື້​​ໄດ້​ຮັບ​ຜົນ​ສຳ​ເລັດ​ດີ​ຂຶ້ນເລື້ອຍໆ.

​                              # ຂ່າວ & ພາບ:  ລັດເວລາ

error: Content is protected !!