ບຸນປີໃໝ່ລາວຫວຍພັດທະນາໂຈະການຈຳໜ່າຍ 2 ຄັ້ງ

     ບໍລິສັດ ລັດວິສາຫະກິດຫວຍພັດທະນາ ກະຊວງການເງິນ ໄດ້ອອກແຈ້ງການເຖິງບັນດາຕົວແທນຈໍາໜ່າຍຫວຍພັດ ທະນາ ແລະ ທຸກທຸກພາກສ່ວນກ່ຽວຂ້ອງ ຕະຫຼອດຮອດຜູ້ມັກສ່ຽງໂຊກ-ຊີງລາງວັນໃນຂອບເຂດທົ່ວປະເທດຊາບທົ່ວເຖິງກັນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ຈັດຂຶ້ນວັນທີ 14-16 ເມສາ 2021 ເພື່ອຮັບປະກັນໃນການເຄື່ອນໄຫວຈໍາໜ່າຍຫວຍພັດທະນາໄດ້ດໍາເນີນໄປຕາມແຜນການ ແລະ ມີມີປະສິດທິຜົນ ບໍລິສັດ ລັດວິສາຫະກິດຫວຍພັດທະນາຈະໄດ້ໂຈະການຈຳໜ່າຍ ແລະ ອອກລາງວັນຫວຍພັດທະນາໃນວັນຈັນທີ 12 ແລະ ວັນພະຫັດທີ 15 ເມສາ 2021 ແລະ ບໍ່ມີການອອກທົດແທນຄືນ.

   ແຈ້ງການສະບັບດັ່ງກ່າວນີ້ແມ່ນອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບລົງວັນທີ 25 ມີນາ 2021 ເລື່ອງທິດຊີ້ນຳກ່ຍວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ອີງຕາມຂໍ້ຕົກລົງຂອງກະຊວງການເງິນສະບັບລົງວັນທີ 12 ມິຖຸນາ 2003 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວທຸລະກິດຂອງລັດວິສາຫະກິດຫວຍພັດທະນາ ແລະ ອີງຕາມແຜນກຳນົດມື້ອອກລາງວັນຫວຍພັດທະນາປະຈຳປີ 2021 ສະບັບລົງວັນທີ 21 ຕຸລາ 2020.

​                              # ຂ່າວ & ພາບ:  ສົມສະຫວັນ

error: Content is protected !!