ການນໍາຂັ້ນສູງ ສປປ ລາວ- ສສ ຫວຽດນາມ ປຶກສາຫາລືສອງຝ່າຍແບບທາງໄກ

ໃນວັນທີ 6 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ລະຫວ່າງ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

    ການພົບປະແບບທາງໄກຄັ້ງນີ້ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງພັກ ສອງລັດ ໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນ ສະພາແຫ່ງຊາດລາວກໍໄດ້ສຳເລັດກອງປະຊຸມຄັ້ງປະຖົມະລຶກ ຊຸດທີ IX ດ້ວຍຜົນສຳເລັດອັນຈົບງາມ ແລະ ສະພາແຫ່ງຊາດຫວຽດນາມ ກໍກຳລັງດຳເນີນກອງປະຊຸມສະໄໝສາມັນເທື່ອທີ XI ຊຸດທີ XIV ແລະ ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນຍັງມີຄວາມສັບສົນ ໃນໂອກາດດັ່ງກ່າວ ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍທີ່ສະຫາຍ ຟ້າມ ມິງ ຈິງ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຄົນໃໝ່ ໃນກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ກຳລັງດຳເນີນຢູ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຂອງພັກ ລັດ ກໍຄືປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ມອບໝາຍໜ້າທີ່ອັນສຳຄັນ ແລະ ມີກຽດສະຫງ່າໃຫ້ແກ່ສະຫາຍ ຟ້າມ ມິງ ຈິງ ໃນຂະນະດຽວກັນ ກໍໄດ້ສະແດງຄວາມປິຕິຍິນດີທີ່ຈະໄດ້ເຮັດວຽກຮ່ວມກັບຝ່າຍຫວຽດນາມຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

​                              # ຂ່າວ & ພາບ:  ວຽງມາ

error: Content is protected !!