WFP ຊ່ວຍເຫຼືອສະບຽງອາຫານແກ່ແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ

    ພິທີມອບ-ຮັບການຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວທີ່ກັບຈາກປະເທດເພື່ອນບ້ານທີ່ສູນກັກກັນໃນ ສປປ ລາວ ຈັດຂຶ້ນໃນວັນທີ 6 ເມສາ 2021 ຢູ່ກະຊວງສາທາລະນະສຸກ ໂດຍການກ່າວມອບຂອງທ່ານ Jan Delbaere ຫົວໜ້າອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ແລະ ກ່າວຮັບແມ່ນທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ ພະແນກ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

    ໂອກາດນີ້ ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ຕາງໜ້າໃຫ້ຄະນະນໍາກະຊວງສາທາລະນະສຸກ ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມພິທີມອບ-ຮັບການຊ່ວຍເຫຼືອອາຫານໃຫ້ສູນຈໍາກັດບໍລິເວນ ໃຫ້ປະຊາຊົນລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໃນ 5 ແຂວງ ຄື: ບໍ່ແກ້ວ ໄຊຍະບູລີ ນະຄອນຫຼວງວຽງຈັນ ສະຫວັນນະເຂດ ແລະ ຈໍາປາສັກ ຂອງໂຄງການອາຫານໂລກ ນັບແຕ່ເດືອນມີຖຸນາ 2020 ຈົນຮອດເດືອນມີຖຸນາ 2021 ງົບປະມານໃນການຊ່ວຍເຫຼືອທັງໝົດ 1 ລ້ານໂດລາສະຫະລັດ (ປະມານ 9,37 ຕື້ກີບ) ໃຫ້ແກ່ແຮງງານປະມານ 31.000ຄົນ ຍິງ 15.000ຄົນ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ຖືວ່າເປັນການຊ່ວຍເຫຼືອທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ວຽກງານສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ສູນຈໍາກັດບໍລິເວນໃນ 5 ແຂວງ ກໍຄື ປະຊາຊົນໃນ ສປປ ລາວ.

    ກ່ອນອື່ນຫມົດ ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງອົງການອາຫານໂລກ ທີ່ຮ່ວມແຮງຮ່ວມໃຈກັນສຸມທຸກກໍາລັງແຮງ ແລະ ສະຕິປັນຍາໃນການຂໍທືນຮອນເພື່ອມາຊ່ວຍປະຊາຊົນລາວ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແຕ່ທາງອົງການອາຫານໂລກແມ່ນໃດ້ແຈ້ງໃຫ້ກະຊວງສາທາຊາບວ່າ ຮອດວັນທີ 10 ກໍລະກົດ 2021 ການຕອບສະໜອງອາຫານກໍຈະສິ້ນສຸດລົງ ເນື່ອງຈາກງົບປະມານ ແລະ ບັນຫາເສດຖະກິດໃນໂລກຖືກຜົນກະທົບຍ້ອນພະຍາດ COVID-19 ເຖິງຢ່າງໃດກໍຕາມ ອົງການອາຫານໂລກຈະສືບຕໍ່ປຶກສາຫາລືກັບກົມຄວບຄຸມພະຍາດຕິດຕໍ່ ເພື່ອວາງແຜນເພື່ອຊອກທາງອອກ.

    ທ່ານ Jan Delbaere ກ່າວວ່າ: ຂ້າພະເຈົ້າດີໃຈຫຼາຍ ທີ່ອົງການອາຫານໂລກ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຂອງພວກເຮົາ ໃຫ້ການສະໜັບສະໜູນຊ່ວຍລັດຖະບານ ໃນການມອບການຊ່ວຍເຫຼືອທາງດ້ານສະບຽງອາຫານທີ່ຈໍາເປັນແທ້ໆນີ້ ໃຫ້ແກ່ແຮງງານທີ່ກັບຈາກປະເທດເພື່ອນບ້ານ ທີ່ພັກອາໄສຢູ່ໃນສູນຈໍາກັດບໍລິເວນໃນ ສປປ ລາວ ເຊິ່ງການຂະຫຍາຍໄລຍະເວລາການຊ່ວຍເຫຼືອໃນອີກ 100 ວັນໃນຕໍ່ໜ້າ ຈະສືບຕໍ່ຊ່ວຍເຫຼືອຍຸດທະສາດການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງລັດຖະບານ ແລະ ຫຼຸດຜ່ອນຄວາມສ່ຽງການເກີດລະບາດ ຂອງພະຍາດ ໂອວິດ-19.

​                              # ຂ່າວ & ພາບ:  ສີພອນ

error: Content is protected !!