ພິທີມອບ-ຮັບລັດຖະມົນຕີກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ຈັດຂຶ້ນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.


ໃນພິທີ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິກຳຕ່າງໆກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີກະຊວງການເງິນ ເປັນຕົ້ນ ລັດຖະດຳລັດປະທານປະເທດ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອູດໜູນບຳນານ ລັດຖະດຳລັດປະທານປະເທດ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນ ຕີກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງການເງິນ ໂດຍແຕ່ງຕັ້ງທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີກະຊວງການເງິນຜູ້ໃໝ່.


ໃນພິທີ ໄດ້ຮັບຟັງການໂອ້ລົມຈາກທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ ພະນັກງານ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງຂອງພັກ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ສູ່ລວງເລິກ ກຳແໜ້ນພາລະບົດບາດໜ້າທີ່ຂອງກະຊວງການເງິນ ເຊິ່ງກະຊວງດັ່ງກ່າວ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ ຮັບໃຊ້ໃຫ້ແກ່ການພັດທະນາປະເທດ ເພີ່ມທະວີຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃຫຍ່ທີ່ໝັ້ນຄົງເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2021 ເຊິ່ງເປັນປີທຳອິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຂອງຖັນແຖວພະນັກງານ ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພີ່ມທະວີການປະຕິບັດວິໄນການເງິນໃຫ້ມີຄວາມເຂັ້ມງວດ ໂດຍສະເພາະ ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນ ສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ ສືບຕໍ່ແກ້ໄຂສະພາບປາກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ ແກ້ໄຂການສໍ້ລາດບັງຫຼວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫຼືອບໍ່ພໍ ປະສິດທິພາບການເຮັດວຽກຕໍ່າ ຂາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ