ພິທີສະຫຼຸບການສອບເສັງນັກຮຽນເກ່ງ ຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ເມສາ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ບັນຈົງ ລັດທະວັນ ຮອງຫົວໜ້າກົມສາມັນ ກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍທ່ານເຈົ້າເມືອງ ຮອງເຈົ້າເມືອງ ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ຄະນະຜູ້ບໍລິຫານການສຶກສາ ທ່ານຜູ້ອຳນວຍໂຮງຮຽນ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.


ໂອກາດນີ້ ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນຜ່ານບົດສະຫຼຸບການສອບເສັງນັກຮຽນເກ່ງຂັ້ນນະຄອນຫຼວງ ເຊິ່ງການສອບເສັງຄັດເລືອກແຕ່ລະ ດັບ ໄດ້ເລີ່ມມາແຕ່ຕົ້ນເດືອນຕຸລາ 2021 ເປັນຕົ້ນມາ ຄື: ລະດັບໂຮງຮຽນ ລະດັບກຸ່ມ ລະດັບເມືອງຕາມລຳດັບ ມາຮອດວັນທີ 2 ມີນາ 2021 ໄດ້ຈັດຕັ້ງສອບລະດັບ ນວ ໃນສົກຮຽນ 2020-2021 ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 558 ຄົນ ຍິງ 383 ຄົນ ໃນນັ້ນຂັ້ນ ປ5 ມີ 122 ຄົນ ຍິງ 90 ຄົນ ມ4 ມີ 221 ຄົນ ຍິງ 161 ຄົນ ແລະ ມ7 ມີ 215 ຄົນ ຍິງ 132 ຄົນ.


ຜົນການສອບເສັງ ອັນດັບ 1 ວິຊາພາສາລາວ ຊັ້ນ ປ5 ນາງ ດາລາວັນ ມະນີວົງ ຈາກໂຮງຮຽນປະຖົມ ສັນທະລັກ ເມືອງໄຊເສດຖາ ວິຊາຄະ ນິດສາດ ນາງ ສະລິຕາ ພົມມະໄຊ ປະຖົມສິນໄຊ ເມືອງຈັນທະບູລີ ແລະ ວິຊາໂລກອ້ອມຕົວ ນາງ ຄຳປາໃສ ຫານວິໄລ ປະຖົມສາຍຝົນ ເມືອງໄຊ ເສດຖາ.

ຊັ້ນ ມ4 ອັນດັບ 1 ວິຊາພາສາລາວ-ວັນນະຄະດີ ນາງ ຕິນ່າ ແກ້ວປັນຍາ ໂຮງຮຽນມັດທະຍົມສຶກສາສົມບູນ ວິຣະຖາວອນ ວີຊາຟີຊິກສາດ ເມືອງສີສັດຕະນາກ ທ້າວ ເພັດໄພທູນ ກົມບຸນຍະສິດ ຈາກ ມສ ວຽງຈັນ ເມືອງຈັນທະບູລີ ວິຊາຄະນິດສາດ ນາງ ສຸພອນສິລິ ຄຳມະນີ ຈາກ ມສ ສິນໄຊ ເມືອງຈັນທະບູລີ ວິຊາເຄມີສາດ ນາງ ມິວຄຳ ອ່ອນມີໄຊ ຈາກ ມສ ສິນໄຊ ເມືອງຈັນທະບູລີ.

ຊັ້ນ ມ7 ອັນດັບ 1 ວິຊາພາສາລາວ-ວັນນະຄະດີ ທ້າວ ສຸດໃຈ ຊາພັກດີ ໂຮງຮຽນ ມສ ພອນສະຫວັນຊົນເຜົ່າ ເມືອງໄຊທານີ ວີຊາຟີຊິກສາດ ນາງ ທິບພາພອນ ລຽງສອນ ຈາກ ມສ ວິຣະຖາວອນ ເມືອງສີສັດຕະນາກ ວິຊາຄະນິດສາດ ທ້າວ ລີຮົວຊົ່ງ ເຢ່ຍຕູ້ ຈາກ ມສ ພອນສະຫວັນຊົນ ເຜົ່າ ວິຊາເຄມີສາດ ທ້າວ ຈີມົ້ວຈັ້ງ ຊົວຊ້າງ ມສ ວຽງຈັນ ເມືອງຈັນທະບູລີ.
ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ກັບຜູ້ບໍລິຫານໂຮງຮຽນທີ່ສາມາດສອບເສັງໄດ້ອັນດັບທີ 1 ຈຳນວນ 6 ໂຮງຮຽນ ມອບໃບຢັ້ງຢືນໃຫ້ແກ່ນັກຮຽນທີ່ເຂົ້າຮ່ວມການສອບເສັງທັງໝົດຈຳນວນ 558 ຄົນ ມອບໃບຍ້ອງຍໍຂັ້ນ ນວ ໃຫ້ແກ່ນັກຮຽນທີ່ມີຜົນງານດີເດັ່ນ ສາມາດສອບເສັງໄດ້ອັນດັບທີ 1 ໃນບັ້ນສອບເສັງແຂ່ງຂັນນັກຮຽນເກ່ງຂັ້ນ ນວ ຈຳນວນ 11 ໃບ ມອບໃບຍ້ອງຍໍຂັ້ນ ນວ ມອບໃບຍ້ອງຍໍໃຫ້ແກ່ພາກສ່ວນຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນໃນການສິດສອນ ບຳລຸງໃຫ້ນ້ອງນັກຮຽນເກ່ງ ສາມາດສອບເສັງໄດ້ອັນດັບທີ 1 ຂອງແຕ່ລະວິຊາໃນການສອບເສັງແຂ່ງຂັນນັກຮຽນເກັ່ງຂັ້ນ ນວ ຈຳນວນ 31 ຄົນ ແລະ ຍ້ອງຍໍ ຊົມເຊີຍນັກຮຽນທີ່ມີຜົນງານດີເດັ່ນສາມາດສອບເສັງໄດ້ອັນດັບທີ 2 3 ແລະ ລາງວັນຊົມເຊີຍ ໃນການສອບເສັງແຂ່ງຂັນນັກຮຽນເກ່ງລະດັບ ນວ ຈຳນວນ 24 ຄົນ ແລະ ຊົມເຊີຍ ຈຳນວນ 148 ຄົນ.
# ຂ່າວ & ພາບ: ບຸນມີ