ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ກະຊວງສາທາລະນະສຸກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຂຶ້ນໃນວັນທີ 6 ເມສາ 2021 ຢູ່ກະຊວງດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພົນຈັດຕະວາ ວັນເຮືອງ ນັນທະຈັກ ອະດີດຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ ກະຊວງປ້ອງກັນຄວາມສະຫງົບ ມີບັນດາຄະນະລັດຖະມົນຕີ ຫົວໜ້າກົມ ກອງອ້ອມຂ້າງກະຊວງສາທາລະນະສຸກ ແລະ ສາມອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນພິທີ ທ່ານ ພົນຈັດຕະວາ ວັນເຮືອງ ນັນທະຈັກ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 60 ປີຜ່ານມາ ຂອງກຳລັງປ້ອງກັນຄວາມສະຫງົບ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ເຊິ່ງຍົກໃຫ້ເຫັນບົດບາດ ທາດແທ້ ແລະ ມູນເຊື້ອອັນພິລະອາດຫານຂອງກຳລັງປ້ອງກັນຄວາມສະຫງົບ ໃນການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ກໍາລັງປ້ອງກັນຄວາມສະຫງົບ ເປັນກຳລັງປະກອບອາວຸດອັນແຫຼມຄົມຂອງຊາດ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ກໍ່ຕັ້ງ ນຳພາໂດຍກົງຢ່າງຮອບດ້ານ ເປັນກຳລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກະພັດຜູ້ຮຸກຮານ ເຊິ່ງມັນໄດ້ກາຍເປັນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ຍາດເອົາເອກະລາດມາສູ່ປວງຊົນ ເພື່ອສ້າງສາພັດທະນາປະເທດຊາດ.


ພ້ອມກັນນັ້ນ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ມີລະບຽບວິໄນເຂັ້ມງວດ ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆ.
# ຂ່າວ & ພາບ: ສີພອນ