ສົນທະນາໂທລະສັບທາງໄກ ລະຫວ່າງການນຳຂັ້ນສູງ ລາວ-ຫວຽດນາມ

    ວັນ​ທີ 5 ເມສາ 2021 ທີ່ທຳນຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກກັບ ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ພວມດຳເນີນຢູ່ໃນປັດຈຸບັນ.

 ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມດີໃຈທີ່ຈະໄດ້ສືບຕໍ່ເຮັດວຽກກັບສະຫາຍ ຫງວຽນ ຊວັນ ຟຸກ ຢ່າງໃກ້ຊິດສະໜິດສະໜົມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດໃຫ້ມີປະສິດທິຜົນສູງສຸດ ພ້ອມດຽວກັນນີ້ ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງສະຫາຍ ຫງວຽນ ຊວັນ ຟຸກ ຫວຽດນາມຈະສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ເຮັດໃຫ້ຊື່ສຽງ ແລະ ຖານະບົດບາດຂອງ ສສ ຫວຽດນາມ ຈະສືບຕໍ່ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.​ ໃນຂະນະດຽວກັນ ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ ມີປະສິດທິຜົນຕົວຈິງ ແລະ ແຕກດອກອອກຜົນຍິ່ງຂື້ນ.            

ສອງຝ່າຍຍັງຕີລາຄາສູງຕໍ່ການເຮັດວຽກຮ່ວມກັນໃນໄລຍະຜ່ານມາ ໃນການເສີມຂະຫຍາຍການພົວພັນພິເສດ ລາວ-ຫວຽດນາມ ໂດຍສະເພາະການຊຸກຍູ້ການຈັດຕັ້ງປະຕິບັດ ການຕົກລົງຕ່າງໆ ທີ່ສອງພັກ-ສອງລັດ ໄດ້ຕົກລົງຮ່ວມກັນ ເປັນຕົ້ນ ສັນຍາ ແລະ ຂໍ້ຕົກລົງຕ່າງໆ ລວມທັງການຜັນຂະຫຍາຍຜົນກອງປະຊຸມສອງກົມການເມືອງ ແລະ ຜົນກອງປະຊຸມ ຄະນະກໍາມະການຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍ ໃນທ້າຍປີ 2020 ກໍຄືຜົນການພົບປະທີ່ດານັງ ໃນເດືອນກໍລະກົດ 2020 ຜ່ານມາ ເຊິ່ງເຫັນວ່າໄດ້ມີຜົນສຳເລັດເປັນຢ່າງດີ.                              

ການສົນທະນາຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືສໍາລັບການຊ່ວຍເຫຼືອໃນໄລຍະຜ່ານມາ  ເປັນຕົ້ນໄພພິບັດຕ່າງໆ ແລະ ພິເສດແມ່ນການຮັບມືກັບພະຍາດໂຄວິດ-19 ເຊິ່ງ ສສ ຫວຽດນາມ ກໍເປັນປະເທດທໍາອິດທີ່ເຂົ້າມາຊ່ວຍເຫຼືອ  ສະແດງຄວາມຂອບໃຈໃນການຊ່ວຍເຫຼືອໂຄງການສະພາແຫ່ງຊາດ ເຊິ່ງໂດຍພື້ນຖານກໍສໍາເລັດ ແລະ ທັນຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ຈະມີການມອບຮັບໂຄງການດັ່ງກ່າວໃນກາງປີ 2021 ນີ້.

ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ຊຸກຍູ້ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບ ຕາມທິດກະທັດຮັດ ມີປະສິດທິຜົນ ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ຮ່ວມກັນຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ກໍຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ ເພື່ອໃຫ້ຄົນຮຸ້ນໜຸ່ມທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ ສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ຕອນທ້າຍ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຊື້ອເຊີນສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ ແລະ ໄດ້ອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ອວຍພອນໃຫ້ສະຫາຍ ທອງລຸນ ສີສຸລິດ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.

​                              # ຂ່າວ & ພາບ:  ລັດເວລາ

error: Content is protected !!