ພິທີມອບ-ຮັບໜ້າທີ່ ປະທານສູນກາງແນວລາວສ້າງຊາດ (ສນຊ) ລະຫວ່າງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ແລະ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2021 ຢູ່ ສນຊ ໂດຍມີທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ມີບັນດາຮອງປະທານ ຄະນະປະຈຳ ຫົວໜ້າກົມ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ກຽດຂຶ້ນຜ່ານບັນດາເອກະສານສຳຄັນຄື: ເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 15 ມີນາ 2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ສະພາແຫ່ງຊາດ ຄຳສັ່ງຂອງກົມການເມືອງຂອງສູນກາງພັກ ສະບັບເລກທີ 05/ກມສພ ລົງວັນທີ 15 ມີນາ 2021 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 12/ກມສພ ລົງວັນທີ 15 ມີນາ 2021 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ ໂດຍແຕ່ງຕັ້ງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່).

ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ໄດ້ຈັດຂຶ້ນວັນທີ 8-9 ມີຖຸນາ 2016 ໄດ້ເລືອກຕັ້ງຂ້າພະເຈົ້າເປັນປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຮອງປະທານ ຄະນະປະຈໍາ ແລະ ຄະນະຕິດຕາມກວດກາ ຕະຫຼອດໄລຍະ 5 ປີຜ່ານມາ ຂ້າພະເຈົ້າ ພ້ອມດ້ວຍຄະນະ ໄດ້ສຸມທຸກສະຕິປັນຍາ ເຫື່ອແຮງ ດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການສູງ ໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນຢ່າງຄົບຖ້ວນ ຕາມກົດໝາຍວ່າດ້ວຍແນວລາວສ້າງຊາດ ກໍຄືກົດລະບຽບຂອງແນວລາວສ້າງຊາດ ເປັນຕົ້ນ ໄດ້ເພີ່ມທະວີເຕົ້າໂຮມຄວາມສາມັກຄີພະນັກງານພາຍໃນສໍານັກງານ ກໍຄືປະຊາຊົນລາວບັນດາເຜົ່າ ສາສະໜາ ຊັ້ນຄົນ ສະມາຄົມ ມູນນິທິຕ່າງໆ.

ຂ້າພະເຈົ້າ ຍາມໃດກໍຮັບຮູ້ວ່າ: ຜົນງານ ແລະ ຜົນສໍາເລັດທີ່ສູນກາງແນວລາວສ້າງຊາດ ສະໄໝທີ X ເວົ້າລວມ ເວົ້າສະເພາະ ແມ່ນຄະນະປະຈໍາ ສນຊ ຍາດມາໄດ້ໄລຍະ 5 ປີຜ່ານມານັ້ນ ລ້ວນແຕ່ຕິດພັນກັບການນໍາພາ-ຊີ້ນໍາຈາກກົມການເມືອງສູນກາງພັກ ປະສານສົມທົບກັບອົງການພາຄີ ແລະ ອົງການທີ່ກ່ຽວຂ້ອງເປັນປົກກະຕິຕໍ່ເນື່ອງ ແລະ ມີປະສິດທິຜົນ ລວມທັງຄະນະພັກ ຄະນະນໍາຂອງອໍານາດການປົກຄອງ ແລະ ແນວລາວສາງຊາດທ້ອງຖິ່ນ ນອກຈາກນັ້ນ ຍັງມີການປະກອບຄໍາເຫັນທີ່ມີຄຸນຄ່າ ແລະ ເປັນປະໂຫຍດຂອງບັນດາອະດີດການນໍາຂັ້ນສູງ ພະນັກງານປະຕິວັດອາວຸໂສບໍານານ ແລະ ປະຊາຊົນບັນດາເຜົ່າ ຕໍ່ການເຄື່ອນໄຫວລວມຂອງອົງການແນວລາວສ້າງຊາດ ສະໄໝທີ X ຜ່ານມາ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂົງເຂດວຽກງານແນວໂຮມ ເຫັນວ່າການນໍາພາ-ຊີ້ນໍາຂອງປະທານ ຮອງປະທານ ກໍຄືຄະນະປະຈໍາ ສນຊ ສະໄໝທີ X ຍັງມີຈຸດອ່ອນ ຂໍ້ຈໍາກັດບາງດ້ານ ເຊິ່ງບໍ່ທັນຕອບສະໜອງໄດ້ຕາມການສະເໜີ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານລະອຽດ.

ຂ້າພະເຈົ້າຫວັງວ່າ ທ່ານ ສິນລະວົງ ຄຸດໄພທູນ ຈະສືບຕໍ່ຜົນງານທີ່ເປັນພື້ນຖານ ແລະ ຕໍ່ຍອດເຮັດໃຫ້ການເຄື່ອນໄຫວວຽກງານແນວລາວສ້າງຊາດໄດ້ມີຄຸນນະພາບ ແລະ ປະສິດທິຜົນສູງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ສະນັ້ນ ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ບັນດາຮອງປະທານ ກໍຄືຄະນະປະຈໍາ ສນຊ ພະນັກງານຫຼັກແຫຼ່ງ ບັນດາທ່ານຄະນະທີ່ປຶກສາ ແນວລາວສ້າງຊາດ ຂັ້ນທ້ອງຖິ່ນ ພິເສດ ສະແດງຄວາມຂອບໃຈມາຍັງການນໍາຂັ້ນສູງພັກ-ລັດ ອະດີດການນໍາຂັ້ນສູງ ອົງການພາຄີ ອົງການຈັດຕັ້ງພັກ-ລັດ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສັງຄົມ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ ອຸ້ມຊູ ແລະ ຊ່ວຍເຫຼືອສູນກາງແນວລາວສ້າງຊາດ ຕະຫຼອດໄລຍະ 5 ປີ ຜ່ານມາ.
.
# ຂ່າວ & ພາບ: ສີພອນ