ພິທີເປີດຊຸດເຝິກອົບຮົມ ພາວະການເປັນຜູ້ນຳລະດັບກາງ ຊຸດທີ 1 ປະຈຳປີ 2021 ໃຫ້ຄະນະພັກ ຄະນະນຳ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ ຈັດຂຶ້ນລະຫວ່າງວັນທີ 6-9 ເມາສາ 2021 ທີ່ກະຊວງສາທາລະນະສຸກ ເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.


ເພື່ອເຮັດໃຫ້ພະນັກງານ ສະມາຊິກພັກ ເຂົ້າໃຈເຖິງຄວາມໝາຍ ຄວາມສຳຄັນ ແລະ ສ້າງຄວາມຄວາມເຂັ້ມແຂງໃນການນຳພາສະມາຊິກພັກ ພະນັກງານ-ລັດຖະກອນລະດັບຜູ້ບໍລິຫານຂັ້ນກາງ ແລະ ເພີ່ມປະສິດທິພາບໃນການເຮັດວຽກ ດ້ານຄວາມຮູ້ ຄວາມສາມາດການເຄື່ອນໄຫວວຽກງານໃນອົງການຈັດຕັ້ງ ແລະ ສາມາດບໍລິຫານໜ່ວຍງານໄດ້ຢ່າງມີປະສິດທິພາບ ຊຸດເຝິກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມ 39 ທ່ານ ຍິງ 19 ທ່ານ.

ຊຸດເຝິກອົບຮົມຄັ້ງນີ້ ຈະໄດ້ຮຽນຮູ້ 5 ຫົວຂໍ້ຫຼັກຄື ການນຳ ແລະ ການຄຸ້ມຄອງ ຄ່ານິຍົມ ແລະ ຈັນຍາບັນ ການກຳນົດວິໄສທັດຂອງການຈັດຕັ້ງ ການສ້າງທີມງານ ແລະ ພື້ນຖານກ່ຽວກັບການສື່ສານ ເຊິ່ງບັນດາຫົວຂໍ້ເຫຼົ່ານີ້ ລ້ວນແຕ່ມີຄວາມສຳຄັນຕໍ່ພາວະການເປັນຜູ້ນຳ ເປັນທິດສະດີ ແລະ ເປັນບ່ອນອີງເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ສຶກສາຮຽນຮູ້ ແລະ ນຳໄປໝູນໃຊ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງ ແລະ ເໝາະສົມກັບສະພາບການ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ