ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈໍາກັດຜູ້ດຽວ ສືບຕໍ່ຜະລິດຊີມັງກາຊ້າງ 3 ໂຕ ໃຫ້ມີຄຸນນະພາບສູງ ເພື່ອໄດ້ສະໜອງໃຫ້ຕະຫຼາດພາຍໃນ, ຈາກນັ້ນ ຫຼຸດຜ່ອນການນໍາເຂົ້າຊີມັງຈາກຕ່າງປະເທດ ແລະ ມີແຜນສະໜອງຊີມັງເຂົ້າໃນບັນດາໂຄງການສໍາຄັນຂອງລັດຖະບານ.

ທ່ານ ເວິ້ນເຢົ່າເຊີນ, ຜູ້ຈັດການ ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມວຽງຈັນໃໝ່ໃນວັນທີ 3 ເມສາ ຜ່ານມາວ່າ: ຫຼັງຈາກບໍລິສັດກຸ່ຍໂຈຈຽງເກີໄດ້ຊື້ໂຮງງານຫຼັງດັ່ງກ່າວໃນເດືອນ 7 ປີ 2017 ແລ້ວ ແມ່ນໄດ້ເອົາໃຈໃສ່ເລື່ອງຄຸນນະພາບທີ່ສຸດ ແລະ ໃນເວລານັ້ນ ກໍາລັງການຜະລິດ 2.000 ໂຕນຕໍ່ວັນ.

ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈໍາກັດຜູ້ດຽວ ໄດ້ນຳເອົາເຕັກນິກ ການຜະລິດຊີມັງຊະນິດພິເສດທີ່ຮັບໃຊ້ກໍ່ສ້າງສະໜາມບິນ (Runway) ແລະ ເຂື່ອນໄຟຟ້ານ້ຳຕົກ ຈາກສປ ຈີນ ເຂົ້າມານຳໃຊ້ຢູ່ລາວ.

ຜ່ານການດໍາເນີນທຸລະກິດມາໄດ້ຫຼາຍປີ ຊີມັງກາຊ້າງ 3 ໂຕ ໄດ້ຮັບຄວາມນິຍົມຈາກສັງຄົມເປັນຢ່າງດີ, ກວມເອົາອັດຕາສ່ວນຂອງຕະຫຼາດຊີມັງຢູ່ 8 ແຂວງພາກເໜືອເຖິງ 50% ພ້ອມນັ້ນ ກໍ່ຫຼຸດຜ່ອນການນໍາເຂົ້າຊີມັງທີ່ມີລາຄາສູງ ຈາກຕ່າງປະເທດ ແລະ ຫຼຸດຜ່ອນຕົ້ນທຶນໃນການກໍ່ສ້າງພາຍໃນປະເທດ.

ໂຮງງານຊີມັງດັ່ງກ່າວ ສືບຕໍ່ຜະລິດຊີມັງທີ່ມີຄຸນນະພາບສູງ ເພື່ອສະໜອງໃຫ້ສັງຄົມ ແລະ ມີແຜນສະໜອງຊີມັງທີ່ມີຄຸນນະພາບສູງ ໃຫ້ໂຄງການສໍາຄັນຂອງລັດຖະບານ ລວມທັງການກໍ່ສ້າງເສັ້ນທາງດ່ວນ ແຕ່ບໍ່ເຕັນ ແຂວງຫຼວງນໍ້າທາ ເຖິງ ແຂວງອຸດົມໄຊ, ແຕ່ບໍ່ເຕັນ ແຂວງຫຼວງນໍ້າທາ ເຖິງ ແຂວງບໍ່ແກ້ວ, ເຂື່ອນໄຟຟ້ານໍ້າຕົກ ແລະ ໂຄງການຂະໜາດໃຫຍ່ອື່ນໆ ເພື່ອໃຫ້ສອດຄອງຕາມນະໂຍບາຍຂອງລັດຖະບານລາວ ແລະ ສອດຄ່ອງກັບນະໂຍບາຍ(ໜຶ່ງແລວ-ໜຶ່ງເສັ້ນທາງ) ຂອງ ສປ ຈີນ.
