ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ແພດໝໍໂຮງໝໍ 5 ເມສາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ວັນທີ 2 ເມສາ 2021 ທີ່ໂຮງໝໍດັ່ງກ່າວ ໂດຍຄະນະອໍານວຍການໂຮງໝໍ ແລະ ພະນັກງານແພດໝໍໃຫ້ການຕ້ອນຮັບ.

ທ່ານ ພັນເອກ ນາງ ພຸດມາລາ ພັນທະມິດ ຫົວໜ້າອໍານວຍການໂຮງໝໍ 5 ເມສາ ໄດ້ລາຍງານຜົນການເຄື່ອນໄຫວນໍາພາກົມກອງໄລຍະ 1 ປີຜ່ານມາ ຈາກນັ້ນ ທ່ານ ວິໄລ ຫຼ້າຄໍາຟອງ ໄດ້ຍ້ອງຍໍຊົມເຊີຍຕໍ່ກົມກອງ ກໍຄືຄະນະອໍານວຍການ ແລະ ພະນັກງານແພດໝໍ ໂຮງໝໍ 5 ເມສາ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນເງື່ອນໄຂສະພາບໃໝ່ ໄດ້ຮຽກຮ້ອງໃຫ້ພະນັກງານແພດໝໍໃນທົ່ວເຫຼົ່າຮົບວິຊາສະເພາະ ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງທຸກດ້ານໃຫ້ມີຄຸນນະພາບ ມີການຫັນປ່ຽນຢ່າງຕັ້ງໜ້າ ສຸມໃສ່ວຽກງານສ້າງພັກ ພະນັກງານ ແລະ ແພດໝໍໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ປັບປຸງລະບອບແບບແຜນນໍາພາ ແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ ເອົາໃຈໃສ່ສຶກສາອົບຮົມພະນັກງານແພດໝໍ ຕະຫຼອດຮອດອ້າຍເອື້ອຍນ້ອງວິຊາການ ໃຫ້ເຊີດຊູຈິດໃຈບຸກບືນຫ້າວຫັນ ນໍ້າໃຈເສຍສະຫຼະ ສຸມທຸກຄວາມສາມາດ ແລະ ປະສົບການເຂົ້າໃນການປິ່ນປົວຜູ້ບາດເຈັບ ຜູ້ປ່ວຍ ທັງຮັກສາຈັນຍາບັນຂອງແພດ ໃຫ້ສົມກັບນາມມະຍົດແພດປະຕິວັດ ແພດຂອງປະຊາຊົນ ຕັ້ງໜ້າຄົ້ນຄວ້າເຕັກນິກ ວິທະຍາສາດການແພດ ວິຊາການ-ວິຊາສະເພາະທີ່ກ່ຽວຂ້ອງໃຫ້ພະນັກງານວິຊາການເປັນປະຈໍາ ເພື່ອຍົກສູງຄຸນນະພາບຂອງການປິ່ນປົວໃຫ້ທຽບເທົ່າກັບໂຮງໝໍສູນກາງ ແລະ ສາກົນ.
