ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ການຊຳລະຮ່ວມກັນ ລະຫວ່າງທະ ນາຄານຫວຽດຕິນລາວ ຈຳກັດ ແລະ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 30 ມີນາ 2021 ທີ່ທະນາຄານຫວຽດນຕິນລາວ ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານຜູ້ອຳນວຍການບໍລິສັດ ສະຕາຟິນເທັກ ແລະ ທ່ານຮອງຜູ້ອຳນວຍການໃຫ່ຍທະນາຄານຫວຽດຕິນລາວ ຈຳກັດ ມີທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ ທ່ານ ເລ່ ກັ໋ວກ ນ່າມ ຜູ້ອຳນວຍການໃຫຍ່ທະນາຄານຫວຽດຕິນລາວ ຈຳກັດ ທ່ານ ລູ່ ແມັງ ຮາ ຜູ້ອຳນວຍການໃຫ່ຍບໍລິສັດ ສະຕາເທເລຄອມ ຜູ້ອຳນວຍການບໍລິສັດ ສະຕາຟິນເທັກ ທ່ານຮອງຜູ້ອຳນວຍການບໍລິສັດ ສະຕາໂທລະຄົມ ຈຳກັດ (Unitel) ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການຮ່ວມມືກັນຄັ້ງນີ້ ສະຕາຟິນເທັກ ຈະຄຽງບ່າຄຽງໄຫຼ່ກັບທະນາຄານຫວຽດຕິນລາວ ເປີດບໍລິການເຊື່ອມຕໍ່ການໂອນເງິນ ການຊໍາລະລະຫວ່າງບັນຊີ U-Money ກັບບັນຊີທະນາຄານຂອງລູກຄ້າ ຈາກນີ້ ໃນອະນາຄົດອັນໃກ້ ຈະນຳໄປສູ່ການສະໜອງບໍລິການທາງການເງິນທະນາຄານທີ່ສະດວກສະບາຍ ເຊັ່ນ: ໂອນ-ຖອນເງິນຢູ່ປ່ອງບໍລິການ ແລະ ຫຼາຍບໍລິການອື່ນໆ ເພື່ອຜັນຂະຫຍາຍເພີ່ມບັນດາຜະລິດຕະພັນນັບມື້ໃຫ້ຄວາມຫຼາກຫຼາຍຍິ່ງຂຶ້ນ ສ້າງທ່າແຮງໃຫ້ກັບການບໍລິການ ຜັນປ່ຽນບັນດາບໍລິການທາງການເງິນ ທະນາຄານໃຫ້ກາຍເປັນເລື່ອງງ່າຍດາຍ ວ່ອງໄວ ແລະ ສະດວກສະບາຍຂຶ້ນໃຫ້ກັບປະຊາຊົນໃນທຸກພາກສ່ວນທົ່ວປະເທດ ປະກອບສ່ວນເຂົ້າໃນການລົບລ້າງຄວາມທຸກຍາກຂອງປະເທດ.


# ຂ່າວ & ພາບ: ສົມສະຫວັນ