ຫ້ອງວ່າການປະທານປະເທດ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ

    ວັນທີ 1 ເມສາ 2021 ຢູ່ຫ້ອງວ່າການປະທານປະເທດ ຈັດປາຖະກະຖາເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ໂດຍເປັນປະທານຂອງທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ ມີທ່ານ ພົນຈັດຕະວາ ທອງເຄນ ອ່ອນດາວົງ ອະດີດຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ພ້ອມຄະນະພັກ ສະມາຊິກພັກ ພະນັກງານ-ລັດຖະກອນເຂົ້າຮ່ວມ.

    ທ່ານ ເພັດສະໝອນ ພັນທະວົງ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 66 ປີຜ່ານມາ ພັກໄດ້ຊີ້ນຳ-ນຳພາການປະຕິວັດຊາດໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ເຮັດໃຫ້ຫຼາຍວຽກງານປະສົບຜົນສໍາເລັດ ເປັນຕົ້ນແມ່ນ: ວຽກງານກະສິກຳ-ປ່າໄມ້ ພະລັງງານ-ບໍ່ແຮ່ ອຸດສາຫະກຳ-ການຄ້າ ໂຍທາທິການ ແລະ ຂົນສົ່ງ ໄປສະນີ ໂທລະຄົມມະນາຄົມ ວຽກງານສຶກສາ ແລະ ກີລາ ວຽກງານສາທະລະນະສຸກ ວຽກງານແຮງງານ-ສະຫວັດດີການສັງຄົມ ວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ.

    ພ້ອມດຽວກັນນີ້ ທ່ານກໍໃຫ້ກຽດເຜີຍແຜ່ວັນຄຽດແຄ້ນຂອງປະຊາຊົນລາວ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ວັນທີ 21 ມີນາ 1946 ແມ່ນວັນໜຶ່ງທີ່ສຳຄັນໃນປະຫວັດສາດຂອງຊາດລາວ ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບທີ່ສຳຄັນທີ່ສຸດຢູ່ໃນລາວ ມັນບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມີອງຂຶ້ນ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອ ເປັນຕາຍນຳກັນລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງ ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ.

    ໂອກາດດຽວກັນ ກໍໄດ້ຮັບຟັງການເຜີຍແຜ່ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ຈາກທ່ານ ພົນຈັດຕະວາ ທອງເຄນ ອ່ອນດາວົງ ຕື່ມອີກ ເຊິ່ງທ່ານໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ເຕີບໃຫ່ຍຂະຫຍາຍຕົວ ຄວາມໝາຍຄວາມສຳຄັນຂອງຜົນງານຕ່າງໆ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຕະຫຼອດໄລຍະ 60 ປີ ຜ່ານມາ.

​                           # ຂ່າວ & ພາບ:  ຊິລິການດາ

error: Content is protected !!