ວັນທີ 31 ມີນາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ລັດຖະບານແຫ່ງ ສປປ ລາວ ຕາງໝ້າໂດຍກະຊວງ ຜທ ຮ່ວມກັບອົງການສະຫະປະຊາຊາດ ເປີດໂຕແຜນງານຮ່ວມວ່າດ້ວຍການເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງງົບປະມານພາກລັດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຮ່ວມເປັນປະທານ ມີທ່ານ ນາງ ພອນວັນ ອຸທະວົງ ຫົວໜ້າກົມແຜນການ ກະຊວງ ຜທ ທ່ານນາງ ຊາຣາ ຊັກກິເນສ ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ ມີພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ເພື່ອບັນລຸ 6 ເປົ້າໝາຍໃຫຍ່ ແລະ 25 ແຜນວຽກຈຸດສຸມຂອງແຜນການ 5 ປີ ຄັ້ງທີ IX ຂອງພັກ ພວກເຮົາຈະຕ້ອງໄດ້ກຳນົດນະໂຍບາຍ ແລະ ຍຸດທະສາດທີ່ເໝາະສົມທີ່ສຸດ ເພື່ອນຳໃຊ້ຊັບພະຍາກອນດ້ານການເງິນທີ່ມີຢ່າງຈຳກັດ ໃຫ້ມີປະສິດທິພາບ ດ້ວຍການຈັດລຽງບູລິມະສິດບັນດາກິດຈະກຳທີ່ໃຫ້ຜົນຕອບແທນຕໍ່ການພັດທະນາສູງທີ່ສຸດ.

ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນຫາສິ່ງທ້າທາຍຕ່າງໆດ້ານເສດຖະກິດ-ສັງຄົມ ຮຽກຮ້ອງໃຫ້ມີການລົງທຶນທີ່ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ ຈຸດປະສົງຂອງແຜນງານດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ ໃນການນຳໃຊ້ຊັບພະຍາກອນເພື່ອການພັດທະນາຈາກພາກລັດ ພາກເອກະຊົນ ແລະ ສາກົນ ເພື່ອໃຫ້ສາມາດບັນລຸການພັດທະນາຕາມທິດຄຸນນະພາບ ມີຈຸດສຸມ ຕາມທິດສີຂຽວ ແລະ ຍືນຍົງ.

ແຜນຮ່ວມງານດັ່ງກ່າວ ປະກອບມີ 3 ກິດຈະກຳຫຼັກຄື:
- ການຄິດໄລ່ງົບປະມານຄ່າໃຊ້ຈ່າຍຂອງບັນດານະໂຍບາຍບູລິມະສິດຕົ້ນຕໍຂອງລັດຖະບານ ແນໃສ່ສືບຕໍ່ຈັດບູລິມະສິດວຽກງານທີ່ມີຄວາມຈຳເປັນ
- ການສ້າງຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX ແລະ
- ພັດທະນາວິທີການທີ່ອີງໃສ່ຫຼັກຖານເພື່ອສະໜັບສະໜູນການຈັດສັນງົບປະມານ ໂດຍການທົດລອງໃນຂະແໜງສາທາລະນະສຸກ ແລະ ການຈັດຕັ້ງປະຕິບັດວິທີການຕິດຕາມການໃຊ້ຈ່າຍງົບປະມານທີ່ມີນະວັດຕະກຳໃໝ່ ທີ່ສາມາດຕິດຕາມການໃຊ້ຈ່າຍຕົວຈິງກັບບູລິມະສິດ.
# ຂ່າວ & ພາບ: ຊິລິການດາ