ຫົວເຫວີຍ ຈັດກອງປະຊຸມຖະແຫຼງຂ່າວເຜີຍແຜ່ບົດລາຍງານປະຈຳປີ 2020 ໂດຍຖ່າຍທອດສົດໄປທົ່ວໂລກ ຜ່ານເວັບໄຊ ແລະ ສື່ອອນລາຍຕ່າງໆຂອງຫົວເຫວີຍ ແລະ ກອງປະຊຸມໂຕະມົນສື່ມວນຊົນອາຊີ-ປາຊີຟິກ ຜ່ານລະບົບອອນລາຍ (Zoom) ວັນທີ 31 ມີນາ 2021 ຢູ່ເມືອງເຊິນເຈິ້ນ ສປ ຈີນ.

ບົດລາຍງານປະຈຳປີ 2020 ສະແດງໃຫ້ເຫັນການຂະຫຍາຍຕົວທີ່ຊ້າລົງ ແຕ່ຜົນປະກອບການຂອງບໍລິສັດຍັງສາມາດບັນລຸຕາມການຄາດໝາຍ ລາຍໄດ້ຈາກການຂາຍຂອງຫົວເຫວີຍ ປີ 2020 ປະມານ 891,4 ຕື້ຢວນ ເພີ່ມຂຶ້ນ 3,8% ແລະ ກຳໄລສຸດທິ 64,6 ຕື້ຢວນ ເພີ່ມຂຶ້ນ 3,2% ເຖິງຈະພົບບັນຫາຫຍຸ້ງຍາກໃນການດຳເນີນງານ ປີ 2019 ແລະ 2020 ແຕ່ຫົວເຫວີຍຍັງສືບຕໍ່ເຊື້ອເຊີນ KPMG ໃຫ້ກວດສອບລາຍງານການເງິນຢ່າງເປັນກາງ ເອກະສານທີ່ອອກໂດຍ KPMG ເປັນການກວດສອບມາດຕະຖານທີ່ບໍ່ສາມາດມີການດັດແກ້ໄດ້ ພວກເຮົາຈະສືບຕໍ່ຢຶດໝັ້ນຄວາມໂປ່ງໃສ ໂດຍການເປີດເຜີຍຂໍ້ມູນການດຳເນີນງານຕໍ່ລັດຖະບານ ລູກຄ້າ ຜູ້ສະໜອງ ພະນັກງານ ແລະ ຄູ່ຮ່ວມງານ.

ພະແນກຜູ້ໃຫ້ບໍລິການດ້ານເຄືອຂ່າຍໂທລະຄົມມະນາຄົມຂອງບໍລິສັດຫົວເຫວີຍ ໄດ້ສືບຕໍ່ຮັບປະກັນການດຳເນີນງານທີ່ໝັ້ນຄົງຂອງເຄືອຂ່າຍຫຼາຍກວ່າ 1.500 ແຫ່ງ ໃນ 170 ປະເທດ ແລະ ພາກພື້ນ ຕະຫຼອດການສະກັດກັ້ນພະຍາດໂຄວິດ-19 ເຊິ່ງໄດ້ຊ່ວຍສະໜັບສະໜູນວຽກງານໂທລະຄົມມະນາຄົມ ການຮຽນອອນລາຍ ແລະ ການຊື້ເຄື່ອງແບບອອນລາຍສຳລັບຜູ້ຄົນທົ່ວໂລກ ບໍລິສັດຍັງຮ່ວມມືກັບຜູ້ປະກອບການທົ່ວໂລກ ໃນການຈັດຕັ້ງປະຕິບັດໂຄງການນະວັດຕະກໍາ 5G ຫຼາຍກວ່າ 3.000 ແຫ່ງໃນອຸດສາຫະກໍາ 20 ກວ່າແຫ່ງ ລວມທັງບໍ່ແຮ່ ຖ່ານຫີນ ເຫຼັກ ທ່າກຳປັ່ນ ແລະ ການຜະລິດ.

ຫົວເຫວີຍໄດ້ເພີ່ມຄວາມພະຍາຍາມໃນການພັດທະນາໂຊລູຊັນທີ່ອີງໃສ່ນະໂຍບາຍທີ່ມີນະວັດຕະກຳສຳລັບອຸດສາຫະກຳແຕກຕ່າງກັນ ສ້າງລະບົບນິເວດດີຈີຕອນ ແລະ ຮ່ວມແບ່ງປັນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຫົວເຫວີຍໄດ້ຕອບສະໜອງຄວາມຊ່ຽວຊານດ້ານເຕັກໂນໂລຊີ ແລະ ມອບປະສົບການພື້ນຖານທາງການແພດແກ່ບັນດາໂຮງໝໍໃນຫຼາຍປະເທດທົ່ວໂລກ ເຊິ່ງໄດ້ພິສູດໃຫ້ເຫັນເຖິງບົດບາດສໍາຄັນຂອງຫົວເຫວີຍຄລາວ ແລະ AI ໃນການວິເຄາະ ແລະ ຄົ້ນຫາວິທີເອົາຊະນະການຕໍ່ສູ້ພະຍາດດັ່ງກ່າວ ບໍລິສັດຫົວເຫວີຍ ແລະ ຄູ່ຮ່ວມງານໄດ້ໃຫ້ບໍລິການແກ່ນັກສຶກສາຊັ້ນປະຖົມ ແລະ ມັດທະຍົມຫຼາຍກ່ວາ 50 ລ້ານຄົນ ຜ່ານບໍລິການຫົວເຫວີຍຄລາວ ຊ່ວຍໃນການສຶກສາທາງໄກ ດ້ວຍການເຜີຍແຜ່ລະບົບນິເວດ HarmonyOS ແລະ ລະບົບນິເວດຂອງບໍລິການໂທລະສັບຫົວເຫວີຍ (HMS) ເຮັດໃຫ້ທຸລະກິດຜູ້ບໍລິໂພກຂອງຫົວເຫວີຍ ກ້າວໄປຂ້າງໜ້າດ້ວຍຍຸດທະສາດ Seamless AI Life (“1+8+N”) ເພື່ອສ້າງປະສົບການການຊົມໃຊ້ຢ່າງເຕັມຮູບແບບ ໃນທຸກອຸປະກອນ ແລະ ທຸກສະຖານະການ ໂດຍສຸມໃສ່ຫ້ອງການສໍານັກງານ ສຸຂະພາບ ແລະ ທີ່ຢູ່ອາໄສ ການທ່ອງທ່ຽວ ແລະ ຄວາມບັນເທີງ.
ທ່ານ Ken Hu ປະທານໝູນວຽນຂອງຫົວເຫວີຍ ກ່າວວ່າ: ສໍາລັບປີຜ່ານມາ ພວກເຮົາບໍ່ຢ້ານທີ່ຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ຍັງຄົງສືບຕໍ່ສ້າງຄຸນຄ່າໃຫ້ລູກຄ້າ ດ້ວຍເຕັກໂນໂລຊີໄອຊີທີ ທີ່ເປັນນະວັດຕະກໍາໃໝ່ໆ ຊ່ວຍອໍານວຍຄວາມສະດວກໃນການຕໍ່ສູ້ກັບການລະບາດທົ່ວໂລກ ການພັດທະນາເສດຖະກິດ-ສັງຄົມ ເຖິງສະພາບແວດລ້ອມທາງທຸລະກິດຈະມີຄວາມທ້າທາຍ ແຕ່ພວກເຮົາຖືເອົາໂອກາດນີ້ ເພື່ອເສີມຂະຫຍາຍການດຳເນີນງານໃຫ້ດີຂຶ້ນ ເພື່ອນຳໄປສູ່ປະສິດທິຜົນທີ່ສອດຄ່ອງກັບການຄາດໝາຍ ພວກເຮົາຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບລູກຄ້າ ແລະ ຄູ່ຮ່ວມງານ ເພື່ອສະໜັບສະໜູນຄວາມກ້າວໜ້າທາງສັງຄົມ ການເຕີບໃຫຍ່ດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ.
# ຂ່າວ & ພາບ: ສະບາໄພ