ເຜີຍແຜ່ກົດໝາຍວ່າດ້ວຍສິລະປະການສະແດງ ແລະ ກົດລະບຽບຂອງສະມາຄົມສິລະປິນລາວ

    ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍສິລະປະການສະແດງ ແລະ ກົດລະບຽບຂອງສະມາຄົມສິລະປິນລາວ ຈັດຂຶ້ນວັນທີ 31 ມີນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຜີຍແຜ່ຂອງທ່ານ ບົວເງິນ ຊາພູວົງ ສີລະປິນແຫ່ງຊາດ ປະທານສະມາຄົມສິລະປິນລາວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີບັນດາສີລະປິນແຫ່ງຊາດ ສີລະປິນດີເດັ່ນ ສີລະປິນສາຂາສິລະປະການສະແດງຕ່າງໆຈາກສູນກາງ ແລະ ທ້ອງຖິ່ນ ນອກນັ້ນຍັງມີຄ້າຍເພງຕ່າງໆເຂົ້າຮ່ວມ.

    ການເຜີຍແຜ່ຄັ້ງນີ້ ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການຟື້ນຟູ ອະນຸຮັກ ພັດທະນາ ແລະ ຊົມໃຊ້ສິລະປະວັດທະນະທໍາທີ່ມີລັກສະນະຊາດ ກ້າວໜ້າ ມະຫາຊົນ ສະກັດກັ້ນປາກົດການຫຍໍ້ທໍ້ທາງດ້ານສິລະປະວັດທະນະທໍາໃນສັງຄົມ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງກົດລະບຽບສະມາຄົມສິລະປິນລາວ ປະກອບມີ 8 ໝວດ 34 ມາດຕາ ສ່ວນກົດໝາຍວ່າດ້ວຍສິລະປະການສະແດງ ປະກອບມີ 10 ພາກ 74 ມາດຕາ.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!